ການກູ້ຄືນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກໜ່ວຍງານພິເສດດ້ານອາຊະຍາກຳກ່ຽວກັບມໍລະດົກທາງວັດທະນະທຳ ທີ່ນຳພາໂດຍອົງການເພື່ອຄວາມໝັ້ນຄົງ ແລະ ການຮ່ວມມືໃນເອີຣົບ (OSCE). ວັດຖຸບູຮານທີ່ກູ້ຄືນມາ ຊຶ່ງມີມາຕັ້ງແຕ່ສະຕະວັດທີ 10-13 ປະກອບມີຮູບປັ້ນຫີນ, ວັດຖຸພິທີກຳທີ່ເຮັດດ້ວຍທອງສຳລິດ ແລະ ຊິ້ນສ່ວນເຄື່ອງປະດັບ. ໂດຍຊິ້ນສ່ວນທີ່ສຳຄັນປະກອບມີຮູບປັ້ນຫົວຫີນທີ່ສ້າງຂຶ້ນຕາມສິລະປະແບບບາປວນ ໃນສະຕະວັດທີ 11 ແລະ ສິລະປະແບບບາຢອນໃນທ້າຍສະຕະວັດທີ 12.
ສ່ວນສິ່ງຂອງອື່ນໆທີ່ກູ້ຄືນມາລວມມີລະຄັງພຸດທະສາສະໜາທີ່ມີດ້າມຈັບທອງສຳລິດ, ຮູບປັ້ນນັກເຕັ້ນລະບຳ, ແຜ່ນຕົກແຕ່ງພ້ອມຈີ້ປະດັບ ແລະ ຕະກຽງທີ່ເຮັດດ້ວຍທອງສຳລິດ. ໂດຍວັດຖຸບູຮານເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງຄວາມກ້າວໜ້າທາງດ້ານສິລະປະ, ສາສະໜາ ແລະ ວັດທະນະທຳຂອງອາລະຍະທຳກຳປູເຈຍໃນໄລຍະຫຼາຍສະຕະວັດ.
ປັດຈຸບັນ, ກຳປູເຈຍຍັງຄົງມຸ່ງໝັ້ນທີ່ຈະກູ້ຄືນວັດຖຸບູຮານທີ່ຖືກລັກລອບອອກໄປຢ່າງຜິດກົດໝາຍ, ຍ້ອນວ່າມໍລະດົກທາງວັດທະນະທຳສ່ວນໃຫຍ່ໄດ້ຖືກປຸ້ນຈີ້ໄປເປັນເວລາຫຼາຍທົດສະວັດຍ້ອນສົງຄາມ, ການລັກຂະໂມຍ ແລະ ການຄ້າຂາຍວັດຖຸບູຮານລະຫວ່າງປະເທດທີ່ຜິດກົດໝາຍ.
ຄໍາເຫັນ