ທ່ານ ສີຈິ້ນຜິງ ໄດ້ໃຊ້ຄຳປຽບທຽບອັນມີຊີວິດຊີວາກ່ຽວກັບການປະຕິວັດໂດຍຕົນເອງຂອງພັກກຳອຳນາດວ່າ: “ດ້ວຍຄວາມກ້າຫານໃນການຂູດກະດູກເພື່ອຖອດພິດ ແລະ ຄວາມກ້າຫານທີ່ຈະຕັດແຂນຂອງຕົນເພື່ອລອດຊີວິດ, ພວກເຮົາຈະມຸ່ງໝັ້ນກໍ່ສ້າງແບບແຜນຂອງພັກ, ການປົກຄອງແບບປອດໃສຂາວສະອາດ ແລະ ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຈົນເຖິງທີ່ສຸດຢ່າງເດັດຂາດ”. ຈາກຄຳປຽບທຽບນີ້ສາມາດເຫັນໄດ້ວ່າ: ການປະຕິວັດໂດຍຕົນເອງແມ່ນສຸມໃສ່ແກ້ໄຂຂໍ້ບົກຜ່ອງ ແລະ ເສີມສ້າງຄວາມເຂັ້ມແຂງຂອງຕົນຢ່າງເລິກເຊິ່ງ. ໃນແງ່ມຸມຂອງຄົນທົ່ວໄປ, ການປະຕິວັດໂດຍຕົນເອງແມ່ນການຕໍ່ສູ້ໂດຍຕົນເອງທີ່ປະກອບດ້ວຍ 4 ຂັ້ນຕອນທີ່ເຊື່ອມໂຍງກັນ ຄື: ການສະສາງລ້າງສວ່າຍຕົນເອງ, ການກຳຈັດການສໍ້ລາດບັງຫຼວງ, ການກວາດລ້າງແບບແຜນທີ່ບໍ່ດີ ແລະ ການຕັດຮອນກິ່ງງ່າທີ່ເນົ່າເປື່ອຍຂອງຕົ້ນໄມ້ອອກ. ການປັບປຸງຕົນເອງ ເນັ້ນໃສ່ຂໍ້ບົກຜ່ອງທີ່ເຜີຍແບອອກແນໃສ່ແກ້ໄຂຈຸດອ່ອນດ້ານລະບຽບການ, ເພື່ອເສີມສ້າງພື້ນຖານ; ການປະຕິຮູບຕົນເອງ ເນັ້ນໃສ່ການທັບມ້າງການພົວພັນດ້ານຜົນປະໂຫຍດທີ່ຝັງເລິກ ແລະ ແນວຄິດທີ່ຫຼ້າສະໄໝ, ພົ້ນຈາກການເພິ່ງພາອາໄສເສັ້ນທາງເກົ່າ; ການຍົກລະດັບຕົນເອງ ແມ່ນການຝຶກຝົນຫຼໍ່ຫຼອມຖັນແຖວຜ່ານການຕໍ່ສູ້ ເພື່ອແບກຫາບຄວາມຮັບຜິດຊອບໃນການບໍລິຫານປະເທດໃຫ້ດີຂຶ້ນ.
ພຶດຕິກຳການຕ້ານການສໍ້ລາດບັງຫຼວງຂອງພັກກອມມູນິດຈີນໃນຍຸກໃໝ່ ເປັນແບບຢ່າງທີ່ມີຊີວິດຊີວາຂອງການປະຕິວັດໂດຍຕົນເອງ. ຖ້າຫາກການເຄື່ອນໄຫວຕິດຕາມກວດກາໃນແຕ່ລະສຳນັກງານອົງການເປັນປະຈຳ, ການກວດສອບ ແລະ ລະບຽບການກວດກາພັກ-ລັດ ແມ່ນການກວດສອບໃນທຸກເວລາຕໍ່ບັນຫາທີ່ເກີດຂຶ້ນໃນເບື້ອງຕົ້ນ, ການເຄື່ອນໄຫວຕ້ານການສໍ້ລາດບັງຫຼວງ ເຊັ່ນ: “ການຕີເສືອ” “ການຕົບແມງວັນ” ແລະ “ການໄລ່ລ່າໝາຈອກ” ກໍແມ່ນວິທີການປະຕິບັດຕົວຈິງໃນການກຳຈັດສັດຕູພືດທີ່ເຮັດໃຫ້ “ລຳຕົ້ນ ແລະ ກິ່ງງ່າເນົ່າເປື່ອຍ”. ການສືບສວນ ແລະ ລົງໂທດຕໍ່ເຈົ້າໜ້າທີ່ພະນັກງານທີ່ສໍ້ລາດບັງຫຼວງທຸກປະເພດຢ່າງເດັດຂາດ ແມ່ນການປະເຊີນໜ້າໂດຍກົງຢ່າງກ້າຫານຕໍ່ບັນຫາທີ່ຝັງເລິກຢູ່ພາຍໃນຕົ້ນໄມ້, ການຕັດຮອນກິ່ງງ່າທີ່ເນົ່າເປື່ອຍອອກ ເພື່ອປ້ອງກັນບໍ່ໃຫ້ ແຜ່ລາມ ແລະ ກັດເຊາະຕົ້ນໄມ້ທັງໝົດ, ນີ້ແມ່ນການສະສາງລ້າງສວ່າຍຕົນເອງ; ບູລະນະລະບຽບການຕ່າງໆຂອງການກວດກາພັກ-ລັດ, ເສີມສ້າງປະສົບການຕ້ານການສໍ້ລາດບັງຫຼວງໃຫ້ເປັນກົດລະບຽບ ແລະ ຂໍ້ບັງຄັບ, ນີ້ແມ່ນການປັບປຸງຕົນເອງ; ການທຳລາຍລະບົບຕ່ອງໂສ້ຂອງພຶດຕິກຳເອົາອຳນາດແລກເອົາເງິນຄຳ ແລະ ປັບປຸງລະບົບນິເວດທາງການເມືອງໃຫ້ສະອາດ ແລະ ບໍລິສຸດ ແມ່ນການປະຕິຮູບຕົນເອງ; ຜ່ານການຝຶກຝົນຫຼໍ່ຫຼອມຢ່າງຕໍ່ເນື່ອງ, ສະມາຊິກພັກ ແລະ ພະນັກງານທັງຫຼາຍມີຄວາມເຄົາລົບຢຳເກງຕໍ່ກົດລະບຽບ ແລະ ຍົກສູງຄວາມສາມາດໃນການປະຕິບັດໜ້າທີ່ເປັນຢ່າງດີ, ນີ້ແມ່ນການຍົກລະດັບຕົນເອງ.
ເມື່ອພິຈາລະນາເບິ່ງຫຼາຍພັກການເມືອງໃນທົ່ວໂລກ, ເມື່ອປະເຊີນກັບບັນຫາພາຍໃນ, ສ່ວນຫຼາຍຈະລໍຖ້າການປ່ຽນພັກການເມືອງເຂົ້າແທນ ໂດຍອາໄສ “ການປ່ຽນການນຳຊຸດໃໝ່” ເພື່ອແກ້ໄຂຂໍ້ຂັດແຍ້ງ. ແຕ່ຈີນໄດ້ເດີນຕາມເສັ້ນທາງທີ່ແຕກຕ່າງ ຄື: ອາໄສການຕິດຕາມກວດກາໂດຍປະຊາຊົນ ແລະ ການປະຕິວັດໂດຍຕົນເອງ. ການຕິດຕາມກວດກາໂດຍປະຊາຊົນແມ່ນການຕິດຕາມກວດກາ ແລະ ການຜູກມັດຈາກພາຍນອກ; ການປະຕິວັດໂດຍຕົນເອງ ແມ່ນການປະຕິຮູບຢ່າງເປັນເຈົ້າການເພື່ອແກ້ໄຂບັນຫາພາຍໃນ. ໂດຍພິຈາລະນາເຖິງມາດຕະການທັງພາຍໃນ ແລະ ພາຍນອກ, ຄວາມສາມາດທີ່ສົມບູນ ແລະ ການຮັບປະກັນດ້ານລະບຽບການທີ່ພົບເຫັນບັນຫາໄດ້, ຕໍ່ສູ້ກັບຕົນເອງ, ກຳຈັດພະຍາດຊຳເຮື້ອ ແລະ ປ່ຽນແປງຕົນເອງໄດ້ຖືກສ້າງຕັ້ງຂຶ້ນ.
ຄວາມໝັ້ນໃຈໃນການກຳຈັດການສໍ້ລາດບັງຫຼວງນີ້ ແມ່ນມາຈາກສອງພື້ນຖານ: ໜຶ່ງ ແມ່ນອຸດົມການແຕ່ຫົວທີໃນການສ້າງຕັ້ງພັກຂອງພັກກອມມູນິດຈີນ ຄື: ພັກກອມມູນິດຈີນບໍ່ມີຜົນປະໂຫຍດສ່ວນຕົວພິເສດ, ຈະຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ. ຄວາມບໍ່ເຫັນແກ່ຕົວເຮັດໃຫ້ເກີດຄວາມບໍ່ຢ້ານກົວ, ເຮັດໃຫ້ພັກສາມາດພົ້ນອອກຈາກຜົນປະໂຫຍດສ່ວນຕົວ, ສາມາດແກ້ໄຂຄວາມຜິດພາດຢ່າງກ້າຫານ ແລະ ມີຄວາມເຂັ້ມງວດຕໍ່ຕົນເອງ. ສອງ, ມັນມີກົກເຄົ້າມາຈາກພູມປັນຍາການບໍລິຫານແບບດັ້ງເດີມຂອງຈີນ: ຄົນຈີນບູຮານເວົ້າວ່າ: “ຖ້າງູພິດຕອດມື, ໃຫ້ຕັດມືອອກ; ຖ້າມັນຕອດຕີນ, ກໍໃຫ້ຕັດຕີນອອກ.” ຊຶ່ງໝາຍຄວາມວ່າ ເມື່ອຖືກພິດແລ້ວ, ຍອມຈະຕັດແຂນຕັດຂາອອກເພື່ອຊ່ວຍຊີວິດ; ຍັງມີຄຳເວົ້າທີ່ວ່າ “ການກຳຈັດສັດຕູພືດອັນໜຶ່ງ ຈະເຮັດໃຫ້ຕົ້ນອ່ອນຫຼາຍຕົ້ນມີການເຕີບໃຫຍ່ທີ່ດີ; ການລົງໂທດຄົນຊົ່ວຮ້າຍຄົນໜຶ່ງ ຈະນຳເອົາຄວາມສຸກມາສູ່ປະຊາຊົນທັງຫຼັງ,” ໝາຍຄວາມວ່າ ການກຳຈັດຄວາມຊົ່ວຮ້າຍແມ່ນສິ່ງຈຳເປັນສຳລັບການຮັກສາຄວາມສະຫງົບທາງສັງຄົມ. ແນວຄິດບູຮານກ່ຽວກັບການກຳຈັດຄວາມຊົ່ວຮ້າຍ ແລະ ຮັກສາຄວາມເປັນທຳຢ່າງເດັດຂາດ ໄດ້ຖືກຍົກຂຶ້ນມາເປັນປັດຊະຍາການບໍລິຫານຂອງພັກໃຫຍ່.
ການບໍລິຫານປະເທດຕ້ອງບໍລິຫານພັກໄປກ່ອນ, ການບໍລິຫານພັກຕ້ອງມີຄວາມເຂັ້ມງວດ. ການປະຕິວັດໂດຍຕົນເອງໄດ້ເປີດເຜີຍຄວາມຈິງທີ່ລຽບງ່າຍ ແລະ ເລິກເຊິ່ງ ຄື: ພັກກຳອຳນາດໄລຍະຍາວ ຕ້ອງມີສະຕິຕື່ນຕົວໃນການປ້ອງກັນຄວາມສ່ຽງທີ່ແຝງຊ້ອມ, ຍິ່ງຕ້ອງມີຄວາມເດັດຂາດໃນການຕ້ານການສໍ້ລາດບັງຫຼວງຢ່າງເປັນເຈົ້າການ. ນີ້ແມ່ນເຄັດລັບຫຼັກຂອງພັກກອມມູນິດຈີນໃນການຮັກສາຄວາມມີຊີວິດຊີວາຕະຫຼອດການ, ທັງເປັນເສັ້ນທາງໃຫ້ແກ່ພັກການເມືອງທົ່ວໂລກສາມາດຮຽນຮູ້ໄດ້ໃນການແກ້ໄຂບັນຫາຫຍຸ້ງຍາກດ້ານ “ການກຳອຳນາດໄລຍະຍາວ”.
ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)
ຄໍາເຫັນ