ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 3 ພະຈິກ ຜ່ານມາ, ກອງປະຊຸມສຸດຍອດອິນເຕີເນັດໂລກປີ 2026 ໄດ້ເປີດຂຶ້ນຢູ່ຕາແສງອູ່ເຈີ້ນ ແຂວງເຈີ້ຈ່ຽງ ຈີນ, ພາຍໃຕ້ຫົວຂໍ້ “ເປີດແຫຼ່ງລະຫັດ ການຮ່ວມມືແບບເປີດ ສ້າງສາຮ່ວມກັນຊົມໃຊ້ຮ່ວມກັນ - ເຮັດວຽກຮ່ວມກັນເພື່ອສ້າງປະຊາຄົມຮ່ວມຊາຕາກຳທາງເຄືອຂ່າຍອິນເຕີເນັດ”,
ມີຜູ້ຕາງໜ້າລັດຖະບານ, ອົງການຈັດຕັ້ງສາກົນ, ວິສາຫະກິດ, ຊ່ຽວຊານ ແລະ ນັກວິຊາການຈາກຫຼາຍປະເທດໄດ້ເຕົ້າໂຮມກັນຢູ່ຕາແສງອູ່ເຈີ້ນ, ເພື່ອສຸມໃສ່ປັນຍາປະດິດແບບເປີດແຫຼ່ງລະຫັດ, ດຳເນີນການສົນທະນາໂດຍປິ່ນອ້ອມຫົວຂໍ້ການພັດທະນາດ້ວຍຫົວຄິດປະດິດສ້າງ, ການຄຸ້ມຄອງຄວາມປອດໄພ, ການແລກປ່ຽນອະລິຍະທຳ, ການຮ່ວມມືສາກົນ ແລະ ອື່ນໆ.
ຄໍາເຫັນ