![]() |
ໃນໂອກາດນີ້, ທ່ານ ໄມທອງ ທຳມະວົງສາ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ ທ່ານ ອີດີເບັກ ກາລັນດາ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງຕໍ່ຜົນການພົບປະ ລະຫວ່າງ ປະທານປະເທດ ແຫ່ງ ສປປ ລາວ ແລະ ປະທານາທິບໍດີ ແຫ່ງ ສ ຕັດຈິກິດສະຖານ ທີ່ອາແຊັກໄບຊານ ໃນເດືອນກັນຍາ 2026 ທີ່ຜ່ານມາ ຊຶ່ງເປັນຂີດໝາຍອັນສໍາຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ ໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ພ້ອມນັ້ນ, ທ່ານ ກໍໄດ້ອວຍພອນໃຫ້ການຢ້ຽມຢາມເຮັດວຽກຂອງ ທ່ານ ອີດີເບັກ ກາລັນດາ ພ້ອມດ້ວຍຄະນະ ຢູ່ ສປປ ລາວ ໃນຄັ້ງນີ້ ມີຜົນສໍາເລັດຢ່າງຈົບງາມ.
ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ ນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນທາງການທູດ ໃນວັນທີ 10 ຕຸລາ 1997 ເປັນຕົ້ນມາ. ພ້ອມທັງໄດ້ປຶກສາຫາລື ກ່ຽວກັບ ການສົ່ງເສີມການພົວພັນຮ່ວມມືໃນຂົງເຂດຕ່າງໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນໃນຂົງເຂດການຄ້າ-ການລົງທຶນ, ກະສິກໍາ, ການສຶກສາ, ເຕັກໂນໂລຊີີ ແລະ ອື່ນໆ. ສອງຝ່າຍເຫັນດີຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ.
ໃນໂອກາດດຽວກັນນີ້, ທ່ານ ອີດີເບັກ ກາລັນດາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບຝ່າຍລາວ ໃນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ .
ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ