![]() |
ທ່ານ ສິນທະວອນ ດາລາວົງ ກ່າວເປີດງານວ່າ: ການຈັດງານວາງສະແດງຜົນງານໃນຄັ້ງນີ້ ມີຄວາມໝາຍ-ຄວາມສໍາຄັນຫຼາຍ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ (1996-2026), ເພື່ອເປັນການຫວນຄືນປະຫວັດຄວາມເປັນມາ ແລະ ມູນເຊື້ອຂອງການສ້າງຕັ້ງ ມຊ ນັບແຕ່ໄລຍະກ່ອນການສ້າງຕັ້ງ ຈົນມາເຖິງປັດຈຸບັນ, ເພື່ອໃຫ້ສັງຄົມ, ນັກຮຽນ-ນັກສຶກສາ ລວມທັງຄູ-ອາຈານໄດ້ຮັບຮູ້ ແລະ ເຂົ້າໃຈເຖິງພັດທະນາການຂອງມະຫາວິທະຍາໄລ ຕະຫຼອດໄລຍະ 3 ທົດສະວັດຜ່ານມາ. ພ້ອມນີ້, ຍັງເປັນການຮວບຮວມ ແລະ ນຳສະເໜີຜົນງານທີ່ພະນັກງານ, ຄູ-ອາຈານ ຫຼາຍຮຸ່ນໄດ້ຮ່ວມກັນສ້າງຂຶ້ນໃນຫຼາຍຂົງເຂດເຊັ່ນ: ການພັດທະນານັກຮຽນ-ນັກສຶກສາ ແລະ ຊັບພະຍາກອນມະນຸດ, ການພັດທະນາຫຼັກ ສູດການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ ຕະຫຼອດຮອດການຮ່ວມມືກັບສາກົນ ແລະ ພາກ ສ່ວນຕ່າງໆ.
![]() |
ສຳລັບຜົນງານທີ່ນຳມາວາງສະແດງໃນຄັ້ງນີ້ ປະກອບມີຜົນງານຈາກ 13 ຄະນະວິຊາ ແລະ 2 ສະຖາບັນ ທີ່ຂຶ້ນກັບ ມຊ ໂດຍໄດ້ຄັດເລືອກຜົນງານທີ່ໂດດເດັ່ນ ຈາກແຕ່ລະພາກສ່ວນ ມາຈັດສະແດງໃຫ້ສັງຄົມ, ຄູ-ອາຈານ ແລະ ນັກສຶກສາໄດ້ຮັບຊົມ ພ້ອມທັງແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງຄະນະວິຊາຕ່າງໆ. ນອກຈາກຜົນງານທົ່ວໄປແລ້ວ, ການວາງສະແດງຍັງມີຜົນງານດ້ານການຄົ້ນຄວ້າວິທະຍາສາດການຮຽນ-ການສອນ ແລະ ການພັດທະນາວິຊາຊີບດ້ານຕ່າງໆ ຊຶ່ງເປີດໂອກາດໃຫ້ນັກຮຽນລະດັບມັດທະ ຍົມ, ນັກສຶກສາຈາກສະຖາບັນອື່ນ ໄດ້ເຂົ້າມາຮຽນຮູ້, ສຶກສາຄົ້ນຄວ້າ ແລະ ແລກປ່ຽນປະສົບການຈາກຜົນງານຂອງຄູ-ອາຈານ ແລະ ບັນດາຄະນະວິຊາ. ການວາງສະແດງຜົນງານໃນຄັ້ງນີ້ ມີຄວາມແຕກຕ່າງຈາກການວາງສະແດງທົ່ວໄປ ເນື່ອງຈາກເປັນການຮວບຮວມຜົນງານໃນຮອບ 30 ປີ ນັບແຕ່ປີ 1996 ຫາ 2026 ມາຈັດສະແດງຮ່ວມກັນ ໂດຍມີເນື້ອໃນກວ້າງຂວາງ, ເລິກເຊິ່ງ ແລະ ຫຼາກຫຼາຍດ້ານ.
![]() |
ໂອກາດນີ້, ທ່ານ ສິນທະວອນ ດາລາວົງ ພ້ອມຄະນະຜູ້ອໍານວຍການໃຫຍ່ ມຊ ກໍໄດ້ທ່ຽວຊົມຜົນງານວາງສະແດງດັ່ງກ່າວ.
(ຂ່າວ-ພາບ: ວັນເພັງ)



ຄໍາເຫັນ