![]() |
ໃນໂອກາດດັ່ງກ່າວ, ສະຫາຍ ຫວັງ ອີ້ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ສະຫາຍ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ກໍາມະການກົມການເມືອງສູນກາງພັກຊຸດທີ 12. ໃນຂະນະດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄໍາເວົ້າອັນຈົບງາມພ້ອມທັງສະແດງຄວາມຂອບໃຈຝ່າຍຈີນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ເອົາໃຈໃສ່ເປັນຢ່າງດີ ຕໍ່ການເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11 ໃນຄັ້ງນີ້.
![]() |
ສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນ ຂອງການພົວພັນຮ່ວມມືໃນດ້ານຕ່າງໆໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມທາງລັດຖະກິດຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປລາວ ໃນເດືອນມິຖຸນາ 2026 ຜ່ານມາຢ່າງຕັ້ງໜ້າ ລວມທັງການຈັດບັນດາກິດຈະກໍາຕ່າງໆເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ, ຈີນ-ລາວ ຢ່າງມີເນື້ອໃນຄວາມໝາຍສໍາຄັນ, ອຸດົມສົມບູນ ແລະ ເປັນຂະບວນຟົດຟື້ນ ສອງຝ່າຍຍິນດີເພີ່ມທະວີການປະສານງານ, ແລກປ່ຽນທັດສະນະ ແລະ ຊຸກຍູ້ການປະຕິບັດວຽກງານດ້ານຕ່າງໆໃນຕໍ່ໜ້າເຊັນ: ການຈັດຕັ້ງປະຕິບັດກົນໄກຮ່ວມມືດ້ານຍຸດທະສາດ 3+3, ການຮ່ວມມືດ້ານປັນຍາປະດິດ (AI), ເສີມຂະຫຍາຍບົດບາດເສດຖະກິດຂ້າມແດນ, ເສດຖະກິດດີຈີຕອນ ແລະ ອຸດສາຫະກໍາຜະລິດທີ່ທັນສະໄໝ, ການເຊື່ອມຈອດລົດໄຟ ຈີນ-ລາວ-ໄທ, ຊຸກຍູ້ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການກໍ່ສ້າງແລວເສດຖະກິດ ລາວ-ຈີນແລະ ອື່ນໆເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງປະເທດໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນຕໍ່ໜ້າ.
![]() |
ໃນການພົບປະຄັ້ງນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ລາວ-ຈີນ, ຈີນ-ລາວ ທີ່ມີຜົນສຳເລັດຫຼາຍດ້ານ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງສອງຊາດ, ຝ່າຍຈີນຍິນດີຕ້ອນຮັບການເດີນທາງຢ້ຽມຢາມເຮັດວຽກຂອງການນຳຂັ້ນສູງຂອງ ສປປ ລາວ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ ສປ ຈີນ ຈະເປັນເຈົ້າພາບໃນທ້າຍປີ 2026 ນີ້. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ລວມທັງການແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈ.
(ຂ່າວ: ກົມການຂ່າວ ກຕທ)



ຄໍາເຫັນ