![]() |
ພາຍໃຕ້ຄໍາຂວັນ:ເສີມຂະຫຍາຍການສ້າງປະຊາຄົມທີ່ມີອະນາຄົດຮ່ວມກັນໃຫ້ເລິກເຊິ່ງ, ຂຽນບົດໃໝ່ໃຫ້ແກ່ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 2.0(Deepening the building of a new community with shared future. Writing a new chapter for Lancang-Mekong 2.0) ໂດຍການເປັນປະທານຮ່ວມຂອງທ່ານຫວັງ ອີ້,ກໍາມະການກົມການເມືອງສູນກາງພັກກອມມູນິດຈີນ,ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນແລະ ທ່ານ ສີຫະສັກ ພວງເກດແກ້ວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທໂດຍໄດ້ມີບັນດາລັດຖະມົນຕີຕ່າງປະເທດພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມຢ່າງພ້ອມພຽງ.
![]() |
ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າ ຂອງການຮ່ວມມືໃນໄລຍະຜ່ານມາໂດຍເຫັນວ່າຂອບການຮ່ວມມືດັ່ງກ່າວ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ນໍາເອົາຜົນປະໂຫຍດທີ່ເປັນຮູບປະທໍາມາສູ່ພາກພື້ນແມ່ນໍ້າຂອງ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມຜູ້ນໍາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10 ແລະ ແຜນປະຕິບັດງານ 5 ປີ (2023-2027) ພາຍໃຕ້ 3 ເສົາຄ້ໍາ (ການເມືອງ-ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ ແລະ ການແລກປ່ຽນວັດທະນະທໍາ-ສັງຄົມ) ແລະ 5 ຂົງເຂດບຸລິມະສິດ (ການເຊື່ອມຈອດ, ການຄຸ້ມຄອງຊັບພະຍາກອນນ້ຳ, ກະສິກຳ ແລະ ລຶບລ້າງຄວາມທຸກຍາກ, ການຄ້າຂ້າມຊາຍແດນ, ແລະການສ້າງຂີດຄວາມອາດສາມາດໃນການຜະລິດ) ໂດຍຜ່ານການປະຕິບັດບັນດາກິດຈະກຳ ແລະ ໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຊຶ່ງໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະເທດສະມາຊິກ ກໍຄືພາກພື້ນແມ່ນ້ຳຂອງ.ນັບແຕ່ປີ 2017 ເປັນຕົ້ນມາ, ກອງທຶນດັ່ງກ່າວໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນແມ່ນໍ້າຂອງ.ໃນນັ້ນ, ສປປ ລາວ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດຈຳນວນ 107 ໂຄງການ ຊຶ່ງລວມມູນຄ່າຫຼາຍກວ່າ30 ລ້ານໂດລາ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າໃຫ້ມີປະສິດທິພາບຍິ່ງຂຶ້ນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນໃນພາກພື້ນ ລວມທັງການກະກຽມຮອບດ້ານໃຫ້ແກ່ການຈັດກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ໃນທ້າຍປີ 2026.
![]() |
ໃນກອງປະຊຸມຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປ ລາວ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມືດັ່ງກ່າວຊຶ່ງຕະຫຼອດໄລຍະ 10 ປີຜ່ານມາ ສປ ຈີນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງເວົ້າລວມ,ເວົ້າສະເພາະ ແມ່ນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາໂຄງການທີ່ແນໃສ່ການພັດທະນາແບບຍືນຍົງ ພ້ອມທັງໄດ້ສະເໜີບາງທິດທາງການຮ່ວມມືໃນຕໍ່ໜ້າໂດຍສະເພາະແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານລະບົບເສດຖະກິດທັນສະໄໝ, ການພັດທະນານະວັດຕະກຳ ແລະ ດີຈີຕອນ, ການຄຸ້ມຄອງຊັບພະຍາກອນນ້ຳ, ການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ງຄົງແບບໃໝ່, ການຍົກສູງການພັດທະນາຊັບພະຍາກອນມະນຸດໃນທຸກຂະແໜງການເປັນຕົ້ນແມ່ນ ສຸມໃສ່ຂະແໜງກະສິກຳ, ພະລັງງານສະອາດ ແລະ ການທ່ອງທ່ຽວ. (ຂ່າວ: ກຕທ)



ຄໍາເຫັນ