![]() |
ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນພິເສດລາວ-ຫວຽດນາມພ້ອມທັງແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວຂອງອົງການນິຕິບັນຍັດຂັ້ນທ້ອງຖິ່ນ. ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ເປັນເອກະພາບກັນໃນການກະກຽມຈັດກິດຈະກຳສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2027 (ຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດ ແລະ 50 ປີວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື) ຕະຫຼອດຮອດການຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງທ້ອງຖິ່ນ ແລະ ສະພາປະຊາຊົນສອງປະເທດໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນການພົບປະຄັ້ງນີ້, ປະທານສະພາແຫ່ງຊາດລາວ ໄດ້ມີຄຳເຫັນບາງຕອນວ່າ: ສະແດງຄວາມຂອບໃຈ ທີ່ສະຫາຍ ຟາມ ດາຍ ເຊື່ອງ ກໍາມະການສູນກາງພັກ ເລຂາພັກແຂວງຝູເຖາະ ພ້ອມດ້ວຍຄະນະນຳແຂວງທີ່ໄດ້ສະຫຼະເວລາຕ້ອນຮັບ ແລະ ພົບປະເຮັດວຽກກັບຂ້າພະເຈົ້າໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຕາມການເຊີນຂອງສະຫາຍ ເຈິ່ນ ແທັງ ເໝິ້ນ ປະທານສະພາແຫ່ງຊາດຫວຽດນາມ ໃນລະຫວ່າງວັນທີ 2-5 ພະຈິກ 2026; ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມາຢ້ຽມຢາມແຂວງຝູເຖາະດິນແດນທີ່ສວຍສົດງົດງາມເຕັມໄປດ້ວຍຮ່ອງຮອຍປະຫວັດສາດ ແລະ ເປັນແຂວງທີ່ມີທ່າແຮງທາງດ້ານການພັດທະນາເສດຖະກິດ-ສັງຄົມທີ່ເຂັ້ມແຂງ ຈັດຢູ່ໃນອັນດັບຕົ້ນໆຂອງຫວຽດນາມ.
![]() |
ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ການພົບປະແລກປ່ຽນກັນໃນຄັ້ງນີ້ ຈະໄດ້ແລກປ່ຽນບົດຮຽນ ແລະປະສົບການ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດການເຄື່ອນໄຫວຂອງອົງການນິຕິບັນຍັດຢູ່ຂັ້ນທ້ອງຖິ່ນ ຂອງແຂວງຝູເຖາະ ສສ ຫວຽດນາມ, ຂ້າພະເຈົ້າ ຮັບຮູ້ວ່າ ຝູເຖາະ ເປັນແຂວງໂຮມຈາກ 3 ແຂວງ: ແຂວງຟູເຖາະ, ວິງຟຸກ ແລະ ຮວ່າບິ່ງ. ກາຍເປັນແຂວງທີ່ກວ້າງຂວາງມີຄວາມໜ້າສົນໃຈໃນການຄຸ້ມຄອງລັດ ແລະ ອື່ນໆ; ຂ້າພະເຈົ້າ ເຊື່ອໝັ້ນວ່າ ການເຮັດວຽກຄັ້ງນີ້ ຈະປະກອບສ່ວນຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄືລະຫວ່າງ ສອງອົງການນິຕິບັນຍັດ ທັງສູນກາງ ແລະ ຂັ້ນທ້ອງຖິ່ນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ແຕກດອກ ອອຜົນຍິ່ງຂຶ້ນ.
(ຂ່າວ: ສພຊ)


ຄໍາເຫັນ