![]() |
ທ່ານ ລັດຕະນາ ໄຊຍະບັນຊາ ໄດ້ຕາງໜ້າໃຫ້ອຳນາດການປົກຄອງເມືອງສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ ອົງການອາຫານໂລກ (WFP) ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທີ່ໄດ້ລົງມາມອບເງິນເພື່ອບັນເທົາທຸກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນໄລຍະຜ່ານມາ, ເມືອງຈໍາພອນ ໄດ້ຮັບການຊ່ວຍເຫຼືອ 4 ບ້ານ ໂດຍມີຈຳນວນຄອບຄົວທີ່ໄດ້ຮັບຜົນກະທົບປະມານ 2,000 ກວ່າຄົນ (ລວມມີ 4 ບ້ານ ເຊັ່ນ: ບ້ານນາກະທ້າງ, ບ້ານສີທອງ, ບ້ານດົງມາກໍ ແລະ ບ້ານໜອງຫຍ້າມ້າ) ຊຶ່ງອຳນາດການປົກຄອງເມືອງຈຳພອນ ໄດ້ເນັ້ນໜັກໃຫ້ທຸກຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອນຳໃຊ້ເງິນໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອສ້າງຄວາມເຂັ້ມແຂງ ແລະ ໃຫ້ປະຊາຊົນສາມາດກັບມາໃຊ້ຊີວິດເປັນປົກກະຕິໂດຍໄວ.
![]() |
ທ່ານ ລະລົງກອນ ຈັນທະມາລີ ຜູ້ຮັບຜິດຊອບວຽກງານກຽມຄວາມພ້ອມ ແລະ ຕອບໂຕ້ໄພພິບັດ ຂອງອົງການອາຫານໂລກ ປະຈຳລາວໃຫ້ສໍາພາດວ່າ: ເມືອງຈຳພອນ ແຂວງສະຫວັນນະເຂດ ແມ່ນເມືອງໜຶ່ງ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກອົງການອາຫານໂລກ, ປະຊາຊົນພາຍໃນບ້ານດັ່ງກ່າວ ຖືກຜົນກະທົບຈາກພາຍຸທີ່ພັດຜ່ານເຂົ້າມາ ສປປ ລາວ ໃນປີນີ້ ເຮັດໃຫ້ນ້ຳຖ້ວມໜັກ ດັ່ງນັ້ນທາງອົງການອາຫານໂລກ ຂອງພວກເຮົາ ຈຶ່ງໄດ້ມາຊ່ວຍເຫຼືອປະຊາຊົນ ເພື່ອຊ່ວຍຟື້ນຟູພາຍຫຼັງໄພນ້ຳຖ້ວມໄດ້ຊ່ວຍເຫຼືອເປັນເງິນສົດ ຜູ້ໜຶ່ງໄດ້ຈໍານວນ 1,350,000 ກີບ ພວກເຂົາເຈົ້າຈະນຳໃຊ້ໃນການຟື້ນຟູຄົວເຮືອນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ. ເຊັ່ນ: ເພື່ອຊື້ອາຫານໃຫ້ລູກໄດ້ໄປໂຮງຮຽນ, ມີອາຫານທີ່ມີໂພຊະນາການກິນໃຫ້ຄົບໝູ່. ແຕ່ລະຄົວເຮືອນ ຖືກຜົນກະທົບທີ່ແຕກຕ່າງກັນ ສະນັ້ນ ຄວາມຈຳເປັນ ຫຼື ຄວາມຕ້ອງການໃນການໃຊ້ເງິນກໍຈະແຕກຕ່າງກັນ, ບາງຄົວເຮືອນທີ່ມີເຂົ້າກິນ ຫຼື ມີສະບຽງອາຫານທີ່ຫຼົງເຫຼືອຢູ່ ພາຍຫຼັງນ້ຳຖ້ວມເຂົາເຈົ້າກໍສາມາດໃຊ້ເງິນດັ່ງກ່າວຟື້ນຟູຈາກການຜະລິດກະສິກຳ, ຊື້ແນວພັນພືດ-ແນວພັນສັດ ຫຼື ວ່າຈະເອົາໄປສ້ອມແປງທີ່ພັກອາໄສ ແລະ ສິ່ງອື່ນໆ. ນອກນັ້ນ ເຂົາເຈົ້າຍັງໃຊ້ເງິນດັ່ງກ່າວໃນການປິ່ນປົວພະຍາດ ຮັກສາສຸຂະພາບ. ເຖິງວ່າເງິນຈຳນວນດັ່ງກ່າວບໍ່ຫຼາຍແຕ່ກໍສາມາດຊ່ວຍໃຫ້ຊຸມຊົນ ຫຼື ຄົວເຮືອນ ທີ່ຖືກຜົນກະທົບໃນໄລຍະນີ້ ໄດ້ຈຳນວນໜຶ່ງ ແລະ ໃນອະນາຄົດ ອົງການອາຫານໂລກ ຈະໄດ້ສືບຕໍ່ໃນການເຮັດວຽກຮ່ວມກັບຊຸມຊົນ ຮ່ວມກັບລັດຖະບານ ຂັ້ນເມືອງ-ຂັ້ນແຂວງ ໃນການສ້າງຄວາມອາດສາມາດ ໃຫ້ກັບຊຸມຊົນ ໃນວຽກງານກຽມພ້ອມ ແລະ ຕອບໂຕ້ໄພພິບັດ ເພາະວ່າ ຖ້າອີງໃສ່ປະສົບການຜ່ານມາ ທາງອົງການອາຫານໂລກພວກເຮົາ ໄດ້ເຫັນຄວາມຈຳເປັນ ຄວາມສຳຄັນ ຂອງວຽກງານກຽມພ້ອມ ແລະ ຕອບໂຕ້ໄພພິບັດ. ຖ້າຫາກວ່າເກີດເຫດທຸກປີຢູ່ບ້ານພວກເຂົາເຈົ້າແຕ່ປະຊາຊົນພວກເຂົາເຈົ້າ ມີປະສົບການ ມີຄວາມຮູ້ທາງດ້ານການຮັບມືໄພພິບັດ ຜົນກະທົບກໍຈະບໍ່ຫຼາຍຄືປີຜ່ານມາ. ສະນັ້ນ ອະນາຄົດຂ້າງໜ້າ ກໍເປັນຄຳຖາມໃຫຍ່ ສຳລັບພວກເຮົາ ວ່າຈະຊ່ວຍປະຊາຊົນແນວໃດ? ພວກເຮົາກຳລັງວາງແຜນຢູ່ ວ່າໃນອະນາຄົດ ພວກເຮົາຈະເຮັດວຽກຮ່ວມກັບຊຸມຊົນ ຮ່ວມກັບລັດຖະບານ ກໍຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ສ້າງຄວາມເຂັ້ມແຂງ ໃຫ້ຊຸມຊົນ ສ້າງລະບົບການຕອບໂຕ້ໄພພິບັດ ໃຫ້ມັນດີຂຶ້ນກວ່າເກົ່າ ໃນອະນາຄົດ.
![]() |
ທ່ານນາງ ທອງມາ ສີທະນົງສັກ ປະຊາຊົນບ້ານນາກະທ້າງ ເມືອງຈໍາພອນ ແຂວງສະຫວັນນະເຂດ ໃຫ້ສໍາພາດວ່າ: ແມ່ດີໃຈຫຼາຍທີ່ໄດ້ຮັບເງິນຈາກການຊ່ວຍເຫຼືອໃນຄັ້ງນີ້ ເພາະວ່າບໍ່ເຄີຍໄດ້ຮັບການຊ່ວຍເຫຼືອຫຼາຍແບບນີ້ມາກ່ອນ, ຈໍານວນສະມາຊິກພາຍໃນຄອບຄົວ ຈໍານວນ 7 ຄົນ, ເງິນທີ່ໄດ້ໃນຄັ້ງນີ້ ຈະນໍາໄປຊື້ເຂົ້າກິນ, ຍ້ອນຝົນຕົກຕະຫຼອດຖ້ວມຫຼາຍຄັ້ງ ຈຶ່ງເຮັດໃຫ້ເຂົ້າຕາຍ ແຊ່ນໍ້າເປັນເດືອນກວ່າ ສ່ວນຫຼາຍຖ້ວມແຕ່ເນື້ອທີ່ເຮັດການຜະລິດ, ຖ້ວມ ປະມານເດືອນ 9, ເດືອນ 10.
(ຂ່າວ: ແສງຈັນ)



ຄໍາເຫັນ