![]() |
ໂອກາດນີ້, ທ່ານ ໜັ້ນຍືນ ຄິນສະໝອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະວິຊາການກະຊວງການເງິນ ພ້ອມຢືນຢັນການຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ການລົງມາເຄື່ອນໄຫວວຽກງານຂອງຄະນະ. ສຳລັບເນື້ອໃນການລົງຕິດຕາມ ຄະນະວິຊາການຈະສຸມໃສ່ການກໍ່ສ້າງ, ຕິດຕັ້ງ, ເຜີຍແຜ່, ແນະນຳ, ຝຶກອົບຮົມພະນັກງານພາສີ ແລະ ແນະນຳລະບົບ Smart Customs ເຂົ້າໃຊ້ງານຢ່າງເປັນຮູບປະທຳ. ພ້ອມທັງຮັບຟັງລາຍງານສະພາບການດຳເນີນງານ, ຂໍ້ສະດວກ, ບັນຫາຫຍຸ້ງຍາກຂອງລະບົບບໍລິການຢູ່ດ່ານ ເພື່ອຫາທິດທາງປັບປຸງ ລວມທັງການປັບປຸງອາຄານ ແລະ ສິ່ງອຳນວຍຄວາມສະດວກປະຈຳດ່ານ.
ການລົງເຄື່ອນໄຫວຄັ້ງນີ້, ມີເປົ້າໝາຍເພື່ອຊຸກຍູ້ການຫັນສູ່ການຄຸ້ມຄອງການເງິນຂອງລັດໃຫ້ທັນສະໄໝ ຍົກລະດັບການບໍລິການພາສີໃຫ້ວ່ອງໄວ, ມີປະສິດທິພາບ ແລະ ສອດຄ່ອງກັບທິດທາງການພັດທະນາລະບົບດີຈີຕອນຂອງຂະແໜງການເງິນ. ຂ່າວ : ມະນີວັນ

ຄໍາເຫັນ