ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV
ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ສຳເລດກອງປະຊມສະຫບວຽກງານຈດຕງ ແລະການປກຄອງທວແຂວງເຊກອງຄງທ IV - image 1
 

ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບຕີລາຄາວຽກງານຈັດຕັ້ງ ແລະ ວຽກງານການປົກຄອງໃນທົ່ວແຂວງຢ່າງເລິກເຊິ່ງ ນັບແຕ່ 2021-2025 ແລະ ວາງທິດທາງ 5 ປີ (2026-2030)ເຊິ່ງໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດວຽກງານ ແມ່ນໄດ້ຍົກສູງຄຸນນະພາບ ຂອງວຽກງານປັບປຸງ, ກໍ່ສ້າງພັກ, ມີຜົນສໍາເລັດໃນການນໍາພາດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ສຳເລັດຕາມຄາດໝາຍ; ສ້າງການຫັນປ່ຽນຢ່າງຕັ້ງໜ້າໃນການກຳນົດຕໍາແໜ່ງງານ, ການກໍ່ສ້າງ-ບຳລຸງພະນັກງານ; ໄດ້ປັບປຸງກົນໄກການນໍາພາ-ຄຸ້ມຄອງ ຂອງຄະນະພັກ, ອົງການປົກຄອງທ້ອງຖິ່ນ ໂດຍໄດ້ແຍກພາລະບົດບາດ, ສິດ, ໜ້າທີ່ ລະຫວ່າງ ຜູ້ເປັນເລຂາພັກ ກັບ ປະທານປົກຄອງແຂວງ ແລະ ຂັ້ນເມືອງ; ອັນພົ້ນເດັ່ນໃນຊ່ວງໄລຍະ ປີ 2025 ຜ່ານມານີ້, ພັກເຮົາ ໄດ້ມີແນວທາງນະໂຍບາຍໃໝ່ ໃນການປັບປຸງກົງຈັກການຈັດຕັ້ງທົ່ວລະບົບການເມືອງ ເພື່ອເຮັດໃຫ້ກົນໄກການນໍາພາ-ຊີ້ນຳ, ການປະສານງານກົມກຽວ ແລະ ຮັດກຸມຂຶ້ນກວ່າເກົ່າ ແລະ ໄດ້ມີການມອບໂອນວຽກງານພະນັກງານ ແລະ ວຽກງານປົກຄອງ ມາຂຶ້ນກັບຄວາມຮັບຜິດຊອບໂດຍກົງ ຂອງຄະນະຈັດຕັ້ງແຂວງ ທີ່ເປັນອົງການເສນາທິການໃຫ້ຄະນະພັກແຂວງ ທັງຮັບປະກັນ “ຫຼັກການລວມສູນປະຊາທິປະໄຕ ແລະ ການຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ ໃນເງື່ອນໄຂໃໝ່”, ແກ້ໄຂຄວາມຊໍ້າຊ້ອນ ຂອງວຽກງານ ແລະ ຫັນໄປສູ່ທິດນໍາ “ກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ” ແນໃສ່ສ້າງກຳລັງແຮງສັງລວມ ເພື່ອບຸກທະລຸ ແລະ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານພັກ-ພະນັກງານ ແລະ ການຈັດຕັ້ງ-ການປົກຄອງ ຫຼື ເອີ້ນລວມວ່າ “ວຽກງານຈັດຕັ້ງ”, ຜ່ານການປະຕິບັດຕົວຈິງ ເຫັນວ່າ ເປັນໄປຕາມແນວທາງຂອງພັກ ແລະ ລັດ ໂດຍແຂວງເຊກອງ ໄດ້ປັບປຸງຄືນໃໝ່ການຈັດຕັ້ງທ້ອງຖິ່ນ ໃນການສ້າງຕັ້ງຕາແສງ ເປັນການປົກຄອງລັດຂັ້ນລຸ່ມສຸດ ເພື່ອຫັນການຄຸ້ມຄອງ-ບໍລິຫານລັດ ໃຫ້ແທດເຖິງ ແລະ ໃກ້ຊິດກັບປະຊາຊົນຫຼາຍຂຶ້ນ, ມາຮອດປັດຈຸບັນ ໄດ້ປະກາດສ້າງຕາແສງສຳເລັດແລ້ວ 16 ຕາແສງ ໃນທົ່ວແຂວງເຊກອງ, ໄດ້ອອກຂໍ້ກຳນົດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງຄະນະພັກຮາກຖານຕາແສງ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານ ໃຫ້ມີຄວາມກະທັດຮັດ; ທັງນີ້ ກໍເພື່ອຍົກສູງບົດບາດການນໍາພາຂອງພັກ, ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງ-ບໍລິຫານ ຂອງລັດ ໃຫ້ໜັກແໜ້ນ ແລະ ສ້າງທ່ວງທ່າກ້າວເດີນສູ່ຈຸດໝາຍທີ່ວາງໄວ້.

ສຳເລດກອງປະຊມສະຫບວຽກງານຈດຕງ ແລະການປກຄອງທວແຂວງເຊກອງຄງທ IV - image 2
 

ທ່ານ ບຸນຫຼາຍ ບຸດທິ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາ ໂດຍສະເພາະ ຜູ້ທີ່ຮັບຜິດຊອບວຽກງານຈັດຕັ້ງ ແລະ ການປົກຄອງທົ່ວແຂວງເຊກອງ ຕ້ອງສືບຕໍ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ, ພ້ອມກັນສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສືບຕໍ່ຍຶດໝັ້ນການປັບປຸງ, ກໍ່ສ້າງພັກທັງ 4 ດ້ານ (ການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ) ເພື່ອເປັນຄັນທຸງເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ ໃຫ້ມີການປະກອບສ່ວນເຂົ້າໃນວຽກງານການສ້າງ ແລະ ປັບປຸງພັກຢ່າງຕັ້ງໜ້າ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງຕາມທິດ “ ກະທັດຮັດ, ຫັນເປັນທັນສະໄໝ ແລະ ມີປະສິດທິຜົນ ”; ພ້ອມນີ້, ກໍຕ້ອງເອົາໃຈໃສ່ ວຽກງານພະນັກງານ-ລັດຖະກອນ, ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຢູ່ແຕ່ລະຂັ້ນ ເພື່ອໃຫ້ໄດ້ຜູ້ສືບທອດປ່ຽນແທນ ທີ່ມີຄວາມຮູ້ ຄວາມສາມາດ, ມີໄຫວພິບ, ມີແບບແຜນ, ມີວິໄສທັດ ໃນການນໍາພາ-ຊີ້ນໍາທີ່ດີ ເຮັດໃຫ້ວຽກງານມີການພັດທະນາກ້າວໜ້າດີຂຶ້ນ.

ຂ່າວ: ອັດສະວິນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ເບຍລາວ ຈັດກິດຈະກຳ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ບໍລິສັດ ເບຍລາວ ຈັດກິດຈະກຳ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ບໍລິສັດ ເບຍລາວ ຈຳກັດ ຮ່ວມກັບ ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກິດຈະບໍລິຈາກເລືອດ ຊ່ວຍເຫຼືອສັງຄົມຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສຳນັກງານໃຫຍ່ ບໍລິສັດ ເບຍລາວ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສິດທິໄຊ ເກດຕະວົງ ອຳນວຍການຝ່າຍກິດຈະການ ອົງກອນ, ສັງຄົມ ແລະ ຄວາມຍືນຍົງ ເລຂາພັກຮາກຖານ ບໍລິສັດເບຍ ລາວ ຈຳກັດ, ທ່ານ ຄຳຈັນ ຈັນມະນີວົງ ຮອງຫົວໜ້າສະຖາບັນເລືອດແຫ່ງຊາດ, ທ່ານ ນາງ ວັນດາລີ ສຸວັນນະສຸກ ອຳນວຍການຝ່າຍກົດໝາຍ ແລະ ພົວພັນລັດຖະບານ ບໍລິສັດເບຍລາວ ຈຳກັດ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ,ກຳມະກອນ ພາຍໃນບໍລິສັດ ເຂົ້າຮ່ວມ.
ນວກຽມຈັດສັນລະບຽບສະຖານທີ່ຈອດລົດ ຫຼຸດຄວາມແອອັດ ເພີ່ມຄວາມສະດວກໃຫ້ປວງຊົນ

ນວກຽມຈັດສັນລະບຽບສະຖານທີ່ຈອດລົດ ຫຼຸດຄວາມແອອັດ ເພີ່ມຄວາມສະດວກໃຫ້ປວງຊົນ

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ,ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ ແນໃສ່ຫຼຸດຜ່ອນຄວາມແອອັດ ແລະ ຍົກລະດັບການບໍລິການໃຫ້ຕອບສະໜອງຄວາມຕ້ອງການຂອງປະຊາຊົນ.
ສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດ 18 ແຂວງ/ນະຄອນຫຼວງທົ່ວປະເທດ

ສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດ 18 ແຂວງ/ນະຄອນຫຼວງທົ່ວປະເທດ

ໃນວັນທີ 12 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ, ກອງເລຂາຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 18 ແຂວງ/ນະຄອນຫຼວງ ທົ່ວປະເທດ ໂດຍການເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັັັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີບັນດາທ່ານຫົວໜ້າ - ຮອງຫົວໜ້າກົມ ແລະ ວິທະຍາກອນຈາກພາກສ່ວນກ່ຽວຂ້ອງຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ພ້ອມດ້ວຍບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງວ່າການ, ພະແນກ ແລະ ວິຊາການຈາກຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 18 ແຂວງ/ນະຄອນຫຼວງເຂົ້າຮ່ວມຢ່າງພ້ອມພຽງ.
ມອບລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2026

ມອບລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2026

ສະ​ຖາ​ບັນ​ພັດທະນາ​ຊັບພະຍາກອນ​ມະນຸດ ລາວ-ຍີ່ປຸ່ນ (ສລຍ) ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ​ລາງວັນ​ຮອນ​ດາ ​ສຳລັບ​ນັກ​ວິທະຍາ​ສາດ ​ແລະ ວິສະວະກອນໜຸ່ມ (Honda Y-E-S Award) ປະຈຳປີ 2026 ຂຶ້ນໃນວັນ​ທີ 11 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ ໂດຍມີທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ທ່ານ Dr ນາງ Nobuko Kayashima ຜູ້ອໍານວຍການບໍ ລິຫານມູນນິທິຮອນດາ ປະເທດຍີ່ປຸ່ນ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ອົງການ JICA ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ ບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ

ດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ ບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ

ວັນທີ 11 ພະຈິກຜ່ານມາ, ທີ່ດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ ໄດ້ຈັດພິທີປະກາດບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ ໂດຍການເປັນປະທານຂອງທ່ານ ພູຊະນະ ໄຊໂກສີ ເລຂາຄະນະພັກຮາກຖານ, ຫົວໜ້າດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ, ມີທ່ານ ນິກອນ ພົມວົງສາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ຕາງໜ້າຄະນະກວດກາພັກ-ລັດແຂວງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລາວໂທລະຄົມມະນາຄົມ ມະຫາຊົນສະຫຼອງ​ວັນ​ສ້າງ​ຕັ້ງ ຄົບຮອບ 30 ປີ

ລາວໂທລະຄົມມະນາຄົມ ມະຫາຊົນສະຫຼອງ​ວັນ​ສ້າງ​ຕັ້ງ ຄົບຮອບ 30 ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດລາວ​ໂທລະ​ຄົມ ຄົບຮອບ 30 ປີ (11/11/1996-11/11/2026) ຂຶ້ນໃນວັນທີ 11 ພະຈິກຜ່ານມາ ທີ່ໂຮງແຮມແລນມາກ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ປະທານສະພາຜູ້ຖືຮຸ້ນ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາຄະນະພັກ, ຄະນະອຳນວຍການໃຫຍ່ ແລະ ​ພະນັກງານ ລາວ​ໂທລະ​ຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 550 ທ່ານ ແລະ ລລທ ສາຂາແຂວງ ກໍສະເຫຼີມສະຫຼອງໄປພ້ອມໆກັນຈໍານວນ 2 ພັນກວ່າທ່ານ.
​ຫສປທ ເຜີຍແຜ່ ມະຕິກົມການເມືອງວ່າດ້ວຍເພີ່ມທະວີການນໍາພາ ແລະ ຍົກລະດັບວຽກງານສື່ມວນຊົນ ໃຫ້ກ້າວສູ່ຄຸນະພາບໃໝ່ ໃນຍຸກດີຈີຕອນ

​ຫສປທ ເຜີຍແຜ່ ມະຕິກົມການເມືອງວ່າດ້ວຍເພີ່ມທະວີການນໍາພາ ແລະ ຍົກລະດັບວຽກງານສື່ມວນຊົນ ໃຫ້ກ້າວສູ່ຄຸນະພາບໃໝ່ ໃນຍຸກດີຈີຕອນ

ໃນວັນທີ10 ພະຈິກ ຜ່ານມາ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດພິທີເຜີຍແຜ່ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານສື່ມວນຊົນ ໃນໄລຍະໃໝ່ ສະບັບເລກທີ 76/ກມສພ, ລົງວັນທີ 30 ຕຸລາ 2026, ເພື່ອຮັບປະກັນໃຫ້ສື່ມວນຊົນລາວ ປະຕິບັດບົດບາດເປັນກະບອກສຽງອັນແຫຼມຄົມຂອງພັກ, ລັດ ແລະ ສັງຄົມ ໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ທັນການ ຊຶ່ງໃຫ້ກຽດເຜີຍແຜ່ ໂດຍທ່ານນາງ ຟອງສະໝຸດ ອັນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນໍາ, ພະນັກງານ-ລັດຖະກອນ.
ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ

ພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດຂັ້ນນຳພາ-ບັນຊາ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ, ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ພົຕ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ພົຈວ ເຄນທະວີໄຊ ເພັດພະນາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ທ່ານ ພົຈວ ຈັນໄຊ ນັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ນາຍຕຳຫຼວດຫຼັກແຫຼ່ງ ເຂົ້າຮ່ວມ.
ປາກຊັນ ສະຫຼອງ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດ

ປາກຊັນ ສະຫຼອງ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດ

ພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (3 ພະຈິກ) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ) ຢູ່ເມືອງ ປາກຊັນ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2026ທີ່ ຫ້ອງການບ້ານ ປາກປຶງ ຕາແສງໄຊຈະເລີນ ເມືອງ ປາກຊັນ ແຂວງ ບໍລີຄຳໄຊ ການ​ເຂົ້າ​ຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງ ປາກຊັນ, ທ່ານ ວຽງແກ້ວ ໄຊພັກດີ ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ,ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ