![]() |
ການຝຶກອົບຮົມຄັ້ງນີ້ ແມ່ນເນັ້ນໃສ່ການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ບັນດານິຕິກຳ, ມະຕິ, ຄຳສັ່ງ ແລະ ຄຳແນະນຳຕ່າງໆ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເປັນເອກະພາບໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງທີ່ຈະຫັນລົງຊ່ວຍເມືອງ ແລະ ຕາແສງ ໃຫ້ສາມາດຈັດຕັ້ງປະຕິບັດວຽກງານໄດ້ຢ່າງເລິກເຊິ່ງ, ມີປະສິດທິຜົນສູງໂດຍສະເພາະແມ່ນການຜັນຂະຫຍາຍມະຕິ 62/ກມສພ, ມະຕິ 34/ສພຊ, ມະຕິ 04/ກມສພ, ຂໍ້ກຳນົດ 02/ຄລສພ, ຄຳແນະນຳ 296/ຄຈສພ; ນອກນັ້ນ ຈະຕ້ອງໄດ້ຄົ້ນຄວ້າການແບ່ງຂັ້ນຄຸ້ມຄອງ ລະຫວ່າງເມືອງ, ບັນດາຫ້ອງການ ແລະ ຕາແສງ, ບ້ານ ໃຫ້ລະອຽດຈະແຈ້ງ, ຊ່ວຍປັບປຸງການຈັດຕັ້ງຢູ່ຂັ້ນຕາແສງໃນ 5 ໜ່ວຍງານ ເປັນຕົ້ນ: ວຽກງານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ຊ່ວຍເກັບກຳຂໍ້ມູນກ່ຽວກັບຮາກຖານພັກທີ່ມີຢູ່ຕາແສງ, ຊ່ວຍຄົ້ນຄວ້າສ້າງແຜນດໍາເນີນງານແຕ່ນີ້ຈົນຮອດໄລຍະຂອງກອງປະຊຸມໃຫຍ່ ຂັ້ນຕົນໃນປີ 2029 ພ້ອມທັງເນື້ອໃນຈຸດສຸມ ໃຫ້ສອດຄ່ອງກັບແຜນດໍາເນີນງານຂອງເມືອງ, ຄະນະພັກຕາແສງຊີ້ນໍາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກຕາແສງ ເພື່ອສ້າງ ແລະ ປັບປຸງແຜນດໍາເນີນງານຂອງໜ່ວຍພັກ ຈົນຮອດສະໄໝກອງປະຊຸມໃຫຍ່ຂັ້ນຕົນ ລະຫວ່າງ ເດືອນມັງກອນ ຫາ ເດືອນສິງຫາ 2029.
![]() |
ຊຸດຝຶກອົບຮົມດັ່ງກ່າວ, ສໍາມະນາກອນ ຈະໄດ້ເຊື່ອມຊຶມເນື້ອໃນເອກະສານສຳຄັນ ເປັນຕົ້ນແມ່ນ ຂໍ້ກຳນົດ 02/ຄລສພ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງຄະນະພັກຮາກຖານຕາແສງ; ມະຕິສະພາແຫ່ງຊາດ ວ່າດ້ວຍ ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ກົດໝາຍການປົກຄອງທ້ອງຖິ່ນ ແລະ ມະຕິ 04/ກມສພ ວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່; ວຽກງານຄຸ້ມຄອງພົນລະເມືອງ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮາກຖານ, ການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ວຽກງານຂົງເຂດທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ວຽກງານອື່ນໆ ຢູ່ຂັ້ນຮາກຖານ.
ພ້ອມດຽວກັນນັ້ນ, ກໍໄດ້ຜ່ານ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 344/ຄຈພຂ.ສວ, ລົງວັນທີ 29 ຕຸລາ 2026 ວ່າດ້ວຍ ການແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກ 3 ສ້າງ ຢູ່ 8 ເມືອງ ແລະ ຕາແສງ.
ພາບ-ຂ່າວ: ສ.ພະຈັນ


ຄໍາເຫັນ