![]() |
ທ່ານ ສັນຕິໄຊ ສີລືໄຊ ກ່າວວ່າ: ເມືອງສະໜາມໄຊ ເປັນເຂດທີ່ມີຄວາມສຳຄັນດ້ານນິເວດວິທະຍາ ແລະ ມີຊັບພະຍາກອນທຳມະຊາດອຸດົມສົມບູນ ໂດຍມີພື້ນທີ່ປ່າໄມ້ໃນຂອບເຂດ 3 ປະເພດປ່າ ປະມານ 133,000 ກວ່າເຮັກຕາ. ຜ່ານມາ ຍ້ອນຄວາມຕ້ອງການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ແລະ ການນຳໃຊ້ທີ່ດິນບາງສ່ວນຍັງບໍ່ທັນຖືກຕ້ອງຕາມລະບຽບກົດໝາຍ ຈຶ່ງເກີດບັນຫາການບຸກລຸກປ່າ, ການຈັບຈອງ ແລະ ເກີດຂໍ້ຂັດແຍ່ງດ້ານຂອບເຂດທີ່ດິນ. ດັ່ງນັ້ນ ການສ້າງ ແລະ ຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ໃນ 4 ບ້ານ ຄັ້ງນີ້ ຈຶ່ງມີຄວາມສຳຄັນ ເພື່ອກຳນົດຂອບເຂດ ແລະ ແບ່ງເຂດການນຳໃຊ້ທີ່ດິນໃຫ້ຈະແຈ້ງ, ແຍກເຂດປ່າສະຫງວນ, ປ່າປ້ອງກັນ ອອກຈາກເຂດເນື້ອທີ່ດິນຜະລິດ ແລະ ທີ່ດິນຢູ່ອາໄສຂອງປະຊາຊົນ. ພ້ອມທັງສ້າງການມີສ່ວນຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງຍືນຍົງ, ຮັບປະກັນສິດທິການຖືຄອງທີ່ດິນ, ຫຼຸດຜ່ອນຂໍ້ຂັດແຍ່ງ ແລະ ສົ່ງເສີມການຜະລິດກະສິກຳໃຫ້ມີຄວາມໝັ້ນຄົງ.
ທ່ານ ບຸນໜາ ແກ້ວນາມວົງສາ ຮອງຫົວໜ້າຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ນຳສະເໜີແຜນຈັດສັນທີ່ດິນ-ປ່າໄມ້ຂອງທັງ 4 ບ້ານ ເຊິ່ງປະກອບມີ: ການກຳນົດເຂດປົກຫຸ້ມປ່າໄມ້, ເຂດປ່າສະຫງວນ, ປ່າອະນຸລັກບ້ານ ແລະ ເຂດຟື້ນຟູປ່າໄມ້. ສ່ວນເຂດກະສິກຳ ໄດ້ກຳນົດເຂດປູກເຂົ້າ, ປູກພືດເສດຖະກິດ, ສວນໄມ້ໃຫ້ໝາກ ແລະ ເຂດລ້ຽງສັດ. ນອກນັ້ນ ຍັງກຳນົດເຂດທີ່ຢູ່ອາໄສ, ຄົມມະນາຄົມ, ວັດທະນະທຳ ແລະ ເຂດບໍລິເວນແຫຼ່ງນ້ຳ.
![]() |
ສຳລັບແຜນກິດຈະກຳຄຸ້ມຄອງ ແລະ ນຳໃຊ້ທີ່ດິນ-ປ່າໄມ້ ໄດ້ກຳນົດມາດຕະການປັກຫຼັກໝາຍເຂດແດນປ່າໄມ້ໃຫ້ຈະແຈ້ງ, ປ້ອງກັນການບຸກລຸກປ່າ, ສົ່ງເສີມການປູກໄມ້ທົດແທນ ແລະ ກະສິກຳອິນຊີ, ຈັດສັນພື້ນທີ່ຜະລິດໃຫ້ແຕ່ລະຄອບຄົວຢ່າງເໝາະສົມ, ພ້ອມທັງນຳໃຊ້ເຕັກນິກກະສິກຳທັນສະໄໝ ເພື່ອເພີ່ມຜົນຜະລິດ ໂດຍມອບໃຫ້ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ຮ່ວມກັບອົງການປົກຄອງບ້ານ ຕິດຕາມ ແລະ ປະເມີນຜົນການປະຕິບັດເປັນປົກກະຕິ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳເຫັນ ແລະ ປັບປຸງແຜນດັ່ງກ່າວໃຫ້ມີຄວາມລະ ອຽດ ຄົບຖ້ວນ ແລະ ເປັນເອກະພາບ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດ ມຸ່ງໄປສູ່ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ-ປ່າໄມ້ ທັງ 4 ບ້ານດັ່ງກ່າວ ຢ່າງມີປະສິດທິຜົນ ແລະ ຍືນຍົງ.
ຂ່າວ: ວັດທະນາ


ຄໍາເຫັນ