![]() |
ໃນພິທີ, ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງສາທາລະນະສຸກ ວ່າດ້ວຍການຍົກຍ້າຍພະນັກງານ-ລັດຖະກອນ ໄປຮັບໜ້າທີ່ໃໝ່ຢູ່ທ້ອງຖິ່ນ. ໃນນີ້, ຍົກຍ້າຍທ່ານ ສາຄອນ ສຸເທບມະນີ ຮັກສາການຫົວໜ້າສູນຄວບຄຸມວັນນະ ໂລກ ກະຊວງສາທາລະນະສຸກ ໄປຮັບໜ້າທີ່ໃໝ່ຢູ່ແຂວງຄໍາມ່ວນ ແລະ ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມທັງ, ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງຄໍາມ່ວນ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງຄໍາມ່ວນ.
![]() |
ໃນນີ້, ແຕ່ງຕັ້ງທ່ານ ສາຄອນ ສຸເທບມະນີ ເປັນຫົວໜ້າພະແນກສາທາ ລະນະສຸກແຂວງ, ທັງເປັນເລຂາຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງຄໍາມ່ວນ. ຈາກນັ້ນ, ຍັງໄດ້ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ (ຜູ້ເກົ່າ) ແລະ ທ່ານ ສາຄອນ ສຸເທບມະນີ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ (ຜູ້ໃໝ່). ໂອກາດນີ້, ຍັງໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນຳຈາກສະຫາຍປະທານ ຕື່ມອີກ.
![]() |
ຂ່າວ: ແດງສະຫວັດ ແສນພານິດ



ຄໍາເຫັນ