ກະດານຈຳນວນດັ່ງກ່າວ, ແມ່ນງົບປະມານຈາກແຂວງ ເພື່ອຈັດຊື້ກະດານໃຫ້ໂຮງຮຽນປະຖົມສຶກສາຂັ້ນ ປ.1 ໃນທົ່ວແຂວງ ເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນ ໃນຊັ້ນປະຖົມສຶກສາຂັ້ນ ປ.1 ເປົ້າໝາຍໃນ 10 ເມືອງ ເພື່ອເປັນພື້ນຖານໃຫ້ເດັກໃນການຮຽນຮູ້, ການປະຕິບັດຕົວຈິງ, ມີຄວາມສົນໃຈ. ຄຽງຄູ່ກັບການເອົາໃຈໃສ່ຂອງຄູ, ມີການເບິ່ງແຍງດູແລເດັກຢ່າງເຂັ້ມງວດ ເພື່ອປັບປຸງຄຸນນະພາບການຮຽນ-ການສອນໃຫ້ສາມາດອ່ານອອກຂຽນໄດ້ ເຮັດໃຫ້ຂະບວນການຮຽນ-ການສອນດີຂຶ້ນເປັນກ້າວໆ .
ຈາກນັ້ນ, ທ່ານ ນາງ ສຸກຂະເສີມ ສິດທິເດດ ໄດ້ມີຄໍາເຫັນຊີ້ນໍາ ໂດຍຍົກໃຫ້ເຫັນຄວາມສໍາຄັນ ແລະ ຈໍາເປັນຂອງການນໍາໃຊ້ກະດານດໍາ ເພື່ອປັບປຸງຄຸນນະພາບຂອງການຮຽນ-ການສອນຊັ້ນປະຖົມສຶກສາ, ທັງນີ້ໂດຍໄດ້ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ເປັນເຈົ້າການ ຕິດຕາມປະເມີນ ແລະ ນໍາໃຊ້ໃຫ້ຖືກວັດຖຸປະສົງ, ພ້ອມທັງມອບໃຫ້ຜູ້ອໍານວຍການໂຮງຮຽນ, ຄູປະຈໍາຫ້ອງ ເປັນເຈົ້າການໃນການນໍາໃຊ້ ແລະ ປົກປັກຮັກສາໃຫ້ນໍາໃຊ້ປະໂຫຍດໄດ້ຍາວນານ. ຂ່າວ: ແດງສະຫວັດ
ຄໍາເຫັນ