![]() |
ທ່ານ ບູນຫຼາຍ ທົນນະວົງສາ ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການຄຸ້ມຄອງເຄມີ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຄວາມຈຳເປັນໃນການຍົກລະດັບຄວາມຮູ້-ຄວາມສາມາດ ຂອງພະນັກງານວິຊາການ ແລະ ຜູ້ປະກອບການ ໃນການນໍາໃຊ້ລະບົບຖານຂໍ້ມູນເຄມີແຫ່ງຊາດ ເພື່ອຮັບປະກັນຄວາມສະຫວັດດີພາບ, ຄວາມປອດໄພຕໍ່ສິ່ງແວດລ້ອມ ແລະ ສັງຄົມ ພ້ອມທັງ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ເອົາໃຈໃສ່ຕິດຕາມ, ແລກປ່ຽນຄຳຄິດຄຳເຫັນ ແລະ ເກັບກ່ຽວເອົາຄວາມຮູ້ຈາກການຝຶກອົບຮົມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ.
ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມບັນດານິຕິກຳສຳຄັນຕ່າງໆ ກ່ຽວກັບວຽກງານການຄຸ້ມຄອງເຄມີ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ (ບາງມາດຕາ), ການຈັດປະເພດເຄມີ, ການແຈ້ງການຕ່າງໆ, ຂັ້ນຕອນ ແລະ ເງື່ອນໄຂການການຂຶ້ນທະບຽນບັນຊີເຄມີ, ການນໍາເຂົ້າ-ສົ່ງອອກ, ການຂົນສົ່ງ, ການຊື້-ຂາຍ, ຂໍ້ຫ້າມສຳລັບນັກທຸລະກິດແລະ ຜູ້ນຳໃຊ້ເຄມີ, ມາດຕະຖານການເກັບຮັກສາ, ຕະຫຼອດຮອດການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ແລະ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຄວບຄຸມມົນລະຜິດທາງອາກາດຂອງໂຮງງານອຸດສາຫະກຳປຸງແຕ່ງ, ການຕອບໂຕ້ຕໍ່ອຸບັດເຫດທາງເຄມີ ແລະ ການອະນຸຍາດນຳເຂົ້າ-ສົ່ງອອກເຄມີ ທາງອອນລາຍ.
ພ້ອມດຽວກັນນັ້ນ, ຍັງໄດ້ມີການຝຶກອົບຮົມການນໍາໃຊ້ລະບົບຖານຂໍ້ມູນເຄມີແຫ່ງຊາດ, ການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ, ມາດຕະຖານການເກັບຮັກສາເຄມີ, ຕະຫຼອດຮອດການກຳຈັດ-ບຳບັດສິ່ງເສດເຫຼືອເຄມີ ແລະ ມາດຕະການແກ້ໄຂ-ຕອບໂຕ້ອຸບັດເຫດທາງເຄມີ ໃຫ້ແກ່ ຜູ້ຕາງໜ້າພາກສ່ວນທຸລະກິດ ແລະ ເຈົ້າໜ້າທີ່ ທີ່່ກ່ຽວຂ້ອງເພື່ອໃຫ້ຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຮູ້, ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ ຕາມລະບຽບກົດໝາຍ.
ຂ່າວ: ໄຊສົມບູນ

ຄໍາເຫັນ