![]() |
ໂອກາດ, ທ່ານ ວັນໄຊ ພອງສະຫວັນ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄໍາມ່ວນ ໂອກາດດັ່ງກ່າວໄດ້ຕິດຕາມເບິ່ງຄວາມຄືບໜ້າຂອງໂຄງການ. ປັດຈຸບັນ ການກໍ່ສ້າງມີຄວາມຄືບໜ້າ 60% ແລະ ຄາດວ່າຈະສໍາເລັດໃນເດືອນ ເມສາ 2027.
![]() |
ຈຸດພິເສດຂອງວົງວຽນແຫ່ງນີ້, ແມ່ນການນໍາເອົາເອກະລັກທາງວັດທະນະທຳຂອງປະຊາຊົນຊາວແຂວງຄຳມ່ວນ ມາສ້າງສັນເປັນອົງປະກອບສິລະປະ ທັງຮູບແຄນ ສື່ເຖິງສິລະປະຂັບລຳມະຫາໄຊ ແລະ ຮູບປັ້ນໂຕຂະຍຸ ທີ່ສະທ້ອນເຖິງເອກະລັກທ້ອງຖິ່ນ ກາຍເປັນສັນຍາລັກໃໝ່ ແລນມາກຂອງແຂວງຄຳມ່ວນ. ວົງວຽນແຄນຈຶ່ງບໍ່ແມ່ນພຽງສິ່ງກໍ່ສ້າງປະດັບເມືອງທ່າແຂກ ແຕ່ຍັງເປັນອີກໜຶ່ງຈຸດສົນໃຈສຳລັບປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເດີນທາງຜ່ານເສັ້ນທາງເລກ 13 ໃຕ້.
ເມື່ອສຳເລັດໂຄງການນີ້ ຄາດວ່າຈະຊ່ວຍສ້າງຄວາມສວຍງາມ, ຍົກລະດັບພາບລັກເມືອງທ່າແຂກ, ສົ່ງເສີມການທ່ອງທ່ຽວ ແລະ ສ້າງໂອກາດໃໝ່ໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນໄດ້ເປັນຢ່າງດີ. ຂ່າວ: ມະນີວັນ


ຄໍາເຫັນ