ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ
ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສກສາເລດການຍກລະດບວຽກງານສງລວມ-ຫາງສຽງສງຄມ ໃຫພະນກງານ - image 1
 

ທ່ານ ປະດິດ ວັນນະລັດສະໜີ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ສະຫຼຸບການຝຶກອົບຮົມໂດຍສັງເຂບ, ໃນນັ້ນ, ດ້ານເນື້ອໃນເອກະສານຝຶກອົບຮົມປະກອບມີ 4 ບົດ ຄື: ເອກະສານບັນຫາພື້ນຖານກ່ຽວກັບວຽກງານແນວຄິດ-ຫາງສຽງສັງຄົມ, ເອກະສານວິທີການຕິດຕາມ, ເກັບກຳ ແລະ ການນໍາໃຊ້ສະພາບແນວຄິດ-ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ, ເອກະສານຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າສັງລວມ. ຮູບແບບການບັນຍາຍເອກະສານ, ວິທະຍາກອນ ໄດ້ມີການຍົກເອົາບັນຫາຕົວຈິງມາປະກອບໃສ່ເອກະສານ, ສາມາດສົມທຽບໄດ້ບັນຫາທາງດ້ານທິດສະດີ ແລະ ພຶດຕິກໍາທີ່ແທດເຖິງຕົວຈິງ. ພ້ອມນີ້, ສໍາມະນາກອນ ຍັງມີຄວາມຕື່ນຕົວເອົາໃຈໃສ່ໃນການຮັບຟັງການບັນລະຍາຍເອກະສານ, ມີການປະກອບຄໍາເຫັນ, ກ້າຍົກເອົາບັນຫາຫາງສຽງສັງຄົມທີ່ເກີດຂຶ້ນໃນຂົງເຂດຂອງຕົນ ມາສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຮັດໃຫ້ບັນຍາກາດການຝຶກອົບຮົມຄັ້ງນີ້ ມີລັກສະນະຟົດຟື້ນ, ມີຄວາມໜັກແໜ້ນທາງດ້ານເນື້ອໃນ, ພ້ອມທັງມີຄວາມເຂົ້າໃຈ ກໍາແໜ້ນຕໍ່ຄວາມໝາຍຄວາມສໍາຄັນ ແລະ ແບບແຜນວິທີການເກັບກໍາ ແລະ ລາຍງານບັນຫາຫາງສຽງສັງຄົມ ເພື່ອຈະນໍາໄປຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ເປັນວຽກໜຶ່ງທີ່ມີຄວາມສໍາຄັນ ຂອງວຽກງານການເມືອງ-ແນວຄິດ ຊຶ່ງເປັນວຽກງານປະຈັນບານ ແລະ ສອດຫ້ອຍໄປໃນທຸກຂົງເຂດວຽກງານ, ເປັນວຽກວິທະຍາສາດລະອຽດອ່ອນທີ່ສຸດ ເນື່ອງຈາກມັນໄດ້ກະທົບໂດຍກົງ ໃສ່ລະບົບແນວຄິດຈິດໃຈຂອງຄົນ. ຍ້ອນແນວນັ້ນ, ພັກ-ລັດຖະບານ ກໍຄືຄະນະພັກ-ອົງການປົກຄອງແຂວງ ຈຶ່ງໄດ້ເອົາໃຈໃສ່ຍົກສູງ ແລະ ຖືສໍາຄັນວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ດ້ວຍການອະນຸມັດໃຫ້ຄະນະໂຄສະນາອົບຮົມແຂວງ ຈັດຊຸດອົບຮົມຄັ້ງນີ້ຂຶ້ນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ຂອງບັນດາຕາໜ່າງເພື່ອນຮ່ວມງານ ໃຫ້ໄດ້ຮັບການເຄື່ອນໄຫວຢ່າງເປັນປົກກະຕິ, ຕໍ່ເນື່ອງ ແລະ ສາມາດຍາດໄດ້ຜົນສໍາເລັດເປັນທີ່ປະຈັກຕາຫຼາຍຂຶ້ນ, ທັງເປັນການປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີເປັນເອກະພາບ ເຮັດໃຫ້ປະເທດຊາດ ແລະ ແຂວງຈໍາປາສັກ ມີສະຖຽນລະພາບ, ໝັ້ນຄົງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ທັງເປັນການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການຍົກລະດັບຄວາມຮູ້ຄວາມສາມາດ ຂອງບັນດາອົງການທີ່ເຮັດວຽກງານແນວຄິດ ເປັນຕົ້ນ ການບຳລຸງສ້າງຍົກລະດັບຖັນແຖວພະນັກງານໂຄສະນາອົບຮົມແຕ່ລະຂັ້ນ ໃຫ້ມີຄຸນນະພາບ ແລະ ຫຼາຍຂຶ້ນກວ່າເກົ່າ.

ຈຳ​ປາ​ສກສາເລດການຍກລະດບວຽກງານສງລວມ-ຫາງສຽງສງຄມ ໃຫພະນກງານ - image 2
 

ຄຽງຄູ່ກັນນີ້, ການປັບປຸງການນໍາພາທາງດ້ານການເມືອງ-ແນວຄິດຂອງພັກໃນໄລຍະໃໝ່ ຕ້ອງເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານຫາງສຽງສັງຄົມ ທັງເກັບກໍາ ທັງແກ້ໄຂໄປພ້ອມກັນ, ເພີ່ມທະວີດ້ານເຕັກນິກໃນການເກັບກໍາຫາງສຽງຫາງສັງຄົມ, ວິທີຢາກໄດ້ຫາງສຽງ ແລະ ວິທີແກ້ໄຂຫາງສຽງ, ການເກັບກໍາສະພາບຫາງສຽງສັງຄົມ, ການຄາດຄະເນຫາງສຽງທີ່ອາດຈະເກີດຂຶ້ນ ທັງສະພາບແວດລ້ອມພາຍໃນ ແລະ ພາຍນອກ, ສືບຕໍ່ຮັກສາ, ເສີມຂະຫຍາຍມູນເຊື້ອວຽກງານການນໍາພາ ດ້ານການເກັບກໍາຫາງສຽງສັງຄົມຂອງພັກ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ໂດຍການນໍາໃຊ້ພະນັກງານພື້ນຖານ ແລະ ຕາໜ່າງຂ່າວ, ເພີ່ມທະວີຄວາມເປັນແບບຢ່າງໃຫ້ແກ່ມະຫາຊົນ ທັງເວົ້າທັງເຮັດ; ຍົກສູງສະຕິຕື່ນຕົົວຂອງຜູ້ທີ່ເຮັດວຽກງານການເມືອງ-ນໍາພາແນວຄິດ ເຮັດໃຫ້ລະບອບປະຊາທິປະໄຕ ມີຄວາມສະຫງົບ, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ, ມີກົນໄກໃນການປະສານງານຢ່າງລະອຽດ, ເຮັດໃຫ້ວຽກງານຫາງສຽງສັງຄົມ ກາຍເປັນວຽກງານຂອງທຸກຂະແໜງການ, ຄະນະພັກ- ອົງການປົກຄອງແຕ່ລະຂັ້ນ ຕ້ອງເອົາໃຈໃສ່ເພີ່ມທະວີການນໍາພາ-ຊີ້ນຳຮອບດ້ານ.

ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ຜູ້ທີ່ເຂົ້າຮ່ວມຝຶກອົບຮົມ ວຽກງານສັງລວມ-ຫາງສຽງສັງຄົມຄັ້ງນີ້ ຈົ່ງນໍາເອົາບົດຮຽນຈາກຊຸດອົບຮົມໄປນໍາໃຊ້ໃຫ້ມີປະໂຫຍດ ແລະ ເປັນບ່ອນອີງອັນສໍາຄັນໃນການຈັດຕັ້ງປະຕິບັດວຽກງານ ຂອງບັນດາຕາໜ່າງເພື່ອນຮ່ວມງານທີ່ເຮັດວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃນສະພາບເງື່ອນໄຂໃໝ່ ໃຫ້ມີປະສິດທິພາບ ແລະ ຫັນປ່ຽນໄປສູ່ຄຸນນະພາບໃໝ່ຢ່າງຕັ້ງໜ້າ.

ຂ່າວ-ພາບ: ທູນທອງໃຈ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ສັນຍາລັກໃໝ່ດ້ານວັດທະນະທໍາ ວົງວຽນແຄນ ແດນຄໍາມ່ວນ

ສັນຍາລັກໃໝ່ດ້ານວັດທະນະທໍາ ວົງວຽນແຄນ ແດນຄໍາມ່ວນ

ວົງວຽນແຄນແຫ່ງໃໝ່ ທີ່ຕັ້ງຢູ່ເສັ້ນທາງເລກ 13 ໃຕ້ ບໍລິເວນທາງໄປຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ກໍາລັງກາຍເປັນຈຸດເດັ່ນໃໝ່ຂອງເມືອງທ່າແຂກ ດ້ວຍການນຳເອົາສັນຍາລັກວັດທະນະທຳທ້ອງຖິ່ນ ມາສະທ້ອນຜ່ານສິລະປະການອອກແບບ. ໂຄງການມີມູນຄ່າກໍ່ສ້າງ 3,8 ຕື້ກີບ ໄດ້ຮັບການສະໜັບສະໜູນຈາກບໍລິສັດ ຝຸ່ນໂປຕາສ-ອາຊີໂປຕາສ ສາກົນ ລາວ ຈຳກັດ.
ເພີ່ມເຕີມ