ພິທີພົບປະສອງຝ່າຍມີຂຶ້ນໃນວັນທີ 2 ພະຈິກຜ່ານມາທີ່ ແຂວງເຊີນລາ, ຝ່າຍແຂວງຊຽງຂວາງນຳໂດຍໂດຍທ່ານພູວົງ ອຸ່ນຄຳແສນ ພ້ອມຄະນະ, ຝ່າຍແຂວງເຊີນລານຳໂດຍທ່ານ ຮ່ວາງ ວັນ ຫງ່ຽນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງແຂວງເຊີນລາ ພ້ອມດ້ວຍຄະນະ.
![]() |
ການພົບປະຄັ້ງນີ້, ທັງສອງແຂວງ ໄດ້ລາຍງານກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ, ການສຶກສາ, ສາທາລະນະສຸກ, ກະສິກຳ, ວຽກງານແກ້ໄຂຄວາມທຸກຍາກ, ການແລກປ່ຽນສິນຄ້າ ແລະ ການບໍລິການ.
![]() |
ທັງສອງແຂວງເຫັນດີເປັນເອກະພາບກັນຈະສືບຕໍ່ການຮ່ວມມືໃຫ້ເຂົ້າສູ່ລວງເລິກ ຮອບດ້ານ ແລະ ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດສູງໂດຍສະເພາະວຽກງານການເມືອງ, ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫົງບ, ເສດຖະກິດ, ວັດທະນະທຳ-ສັງຄົມ, ວຽກງານສຶກສາກໍ່ສ້າງ ພັດທະນາຊັບພະຍາກອນມະນຸດ, ການຮ່ວມມືລະຫ່ວາງບັນດາພະແນກການ, ກົນໄກການປະສານງານ ການຈັດຕັ້ງປະຕິບັດ.
![]() |
ຫຼັງຈາກນັ້ນ ທັງສອງແຂວງໄດ້ຮ່ວມລົງນາມບົດບັນທຶກການຮ່ວມມື(MOU) ເຊິ່ງຝ່າຍແຂວງເຊີນລາລົງນາມໂດຍທ່ານ ດັ້ງ ຫງ໋ອກ ເຮົ້າ ກຳມະການພັກແຂວງ ຮອງປະທານຄະນະກຳມະການປະຊາຊົນແຂວງ, ແຂວງຊຽງຂວາງລົງນາມໂດຍທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ໂດຍມີທ່ານພູວົງອຸ່ນຄຳແສນແລະທ່ານຮ່ວາງ ວັນ ຫງ່ຽນພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມນຳ.
![]() |
ໃນໂອກາດຢ້ຽມຢາມແລະເຮັດວຽກຢູ່ແຂວງເຊີນລາຄັ້ງນີ້, ການນຳແຂວງຊຽງຂວາງໄດ້ໄປຢ້ຽມຢາມ ເຂື່ອນໄຟຟ້ານ້ຳຕົກແມ່ນ້ຳດ້າເຊີນລາ, ໂອ້ລົມພະນັກງານ ແລະ ນັກສຶກສາທີ່ມາຮຽນຢູ່ແຂວງເຊີນລາ ທີ່ມະຫາວິທະຍາໄລເຕີຍບັກ, ຢ້ຽມຢາມໂຮງງານປຸງແຕ່ງຜະລິດກາເຟຂອງບໍລິສັດຟຸກຊິງເຊີນລາ, ໂຮງງານປຸງແຕ່ງນ້ຳໝາກໄມ້ຂອງບໍລິສັດຫຸ້ນສ່ວນ ສະບຽງອາຫານສົ່ງອອກດົງຢາວ, ຢ້ຽມຢາມຄອບຄົວຕົວແບບໃນການປູກໝາກຂຽບໃຫຍ່, ຢ້ຽມຊົມຂົວແກ້ວທີ່ມົກເຈົາ.
ຂ່າວ: ບຸນມີ ແສງທຸມມີ




ຄໍາເຫັນ