![]() |
ທ່ານ ກົງແສງ ວັນນະຈອມຈັນ ພະນັກງານອົງການ JVC ໄດ້ລາຍງານການຈັດຕັ້ງປະຕິບັດບັນດາກິດຈະກໍາໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດໍາລົງຊີວິດແບບຍືນຍົງ ຢູ່ແຂວງເຊກອງ ປະຈໍາປີ (ເດືອນກັນຍາ 2025-ເດືອນຕຸລາ 2026) ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ແມ່ນມີ 2 ກິດຈະກໍາຄື: ປັບປຸງການບໍລິຫານຊັບພະຍາກອນທໍາມະຊາດ ໂດຍຊຸມຊົນເປັນເຈົ້າການ ແລະສົ່ງເສີມການຜະລິດກະສິກຳແບບຍຶນຍົງ, ເຊິ່ງຜູ້ທີ່ໄດ້ຮັບປະໂຫຍດແມ່ນປະຊາຊົນ 10 ບ້ານ ໃນເມືອງດາກຈຶງ ແລະ 8 ບ້ານ ໃນເມືອງກະລຶມ, ມີ 1,297 ຫຼັງຄາເຮືອນ, 1,664 ຄອບຄົວ, 8,213 ຄົນ, ຍິງ 3,841 ຄົນ, ມີງົບປະມານ 133,000 ໂດລາ.
![]() |
ຜົນໄດ້ຮັບຂອງກິດຈະກໍາທີ 1 ໃນໄລຍະ 1 ປີຜ່ານມາ: ເປີດບ້ານເປົ້າໝາຍໃໝ່ ພ້ອມກັບເກັບຂໍ້ມູນບ້ານ ໄດ້ 18 ບ້ານ ຢູ່ 2 ເມືອງ, ສໍາຫຼວດຄວາມເປັນໄປໄດ້ ຂອງກິດຈະກຳທີ່ເໝາະສົມ ໃນ 6 ບ້ານ 2 ເມືອງ; ມອບປຶ້ມຂໍ້ມູນບ້ານ ໃຫ້ແກ່ບ້ານເປົ້າໝາຍ ໄດ້ 5 ບ້ານ, ສ້າງຕັ້ງວັງສະຫງວນ ໄດ້ 3 ແຫ່ງ ພ້ອມທັງໄດ້ສ້າງກົດລະບຽບການຄຸ້ມຄອງ, ຈັດຕັ້ງຄະນະກຳມະການ, ຈັດຕັ້ງໜ່ວຍງານລາດຕະເວນ, ຜ່ານຮ່າງກົດລະບຽບຮ່ວມກັບຂັ້ນບ້ານ-ເມືອງ ແລະ ຕິດຕັ້ງປ້າຍແຕ່ລະຊະນິດ, ຈັດພິທີປະກາດຮັບຮອງການສ້າງຕັ້ງ ແລະນໍາໃຊ້ວັງສະຫງວນ ທັງ 3 ແຫ່ງ, ເຜີຍແຜ່ ແລະແຈກຢາຍ ກົດລະບຽບໃຫ້ບ້ານອ້ອມຂ້າງ, ຈັດຝຶກອົບຮົມໃຫ້ທີມລາດຕະເວນ ໄດ້ 2 ຄັ້ງ, ຕິດຕາມ, ກວດກາ ແລະໃຫ້ຄໍາແນະນໍາດ້ານເຕັກນິກໃຫ້ທີມລາດຕະເວນ ໄດ້ 6 ຄັ້ງ, ມອບ-ຮັບອຸປະກອນ ໃຫ້ແກ່ທີມງານລາດຕະເວນໄດ້ 3 ບ້ານ; ຜົນໄດ້ຮັບກິດຈະກຳທີ 2: ຝຶກອົບຮົມດ້ານເຕັກນິກການເຮັດຝຸ່ນບົ່ມ ແລະນໍ້າສະກັດຊີວະພາບໃຫ້ແກ່ສະມາຊິກເມືອງກະລຶມ 16 ຄົນ, ເມືອງດາກຈຶງ 5 ຄົນ, ສະໜອງແນວພັນພືດຜັກໃຫ້ເມືອງກະລຶມ 16 ຊະນິດ, ເມືອງດາກຈຶງ 11 ຊະນິດ, ມີບົວຫົດຜັກ 5 ໜ່ວຍ, ໄດ້ລົງຊຸກຍູ້ຕິດຕາມຮ່ວມກັບສະມາຊິກໃນສອງເມືອງ ໄດ້ 5 ຄັ້ງ, ໄດ້ເຮັດການວິເຄາະການປັບປຸງດິນຮ່ວມກັບສະມາຊິກໃນສອງເມືອງ ໂດຍການເຮັດທົດລອງປູກຖົ່ວດິນ ເພື່ອປັບປຸງດິນ ໂດຍທົດລອງຮ່ວມກັບສະມາຊິກກຸ່ມ ຈັດເຮັດແປງສາທິດ 2 ແປງ ແລະສະໜອງແນວພັນຖົ່ວດິນ ໃຫ້ 3 ບ້ານ ຂອງເມືອງດາກຈຶງ 105 ກິໂລ, ໃຫ້ 3 ບ້ານຂອງເມືອງກະລຶມ 75 ກິໂລ, ນອກນີ້ ຍັງໄດ້ມີການແລກປ່ຽນບົດຮຽນລະຫວ່າງ ຊາວບ້ານ ກ່ຽວກັບການຄຸ້ມຄອງນໍາໃຊ້ຊັບພະຍາກອນທໍາມະຊາດຂອງຊຸມຊົນ ຢູ່ເມືອງລະມາມ 1 ຄັ້ງ.
![]() |
ພະນັກງານໂຄງການ ຍັງໃຫ້ຮູ້ຕື່ມວ່າ: ໃນ 1 ປີຜ່ານມາ ໄດ້ນໍາໃຊ້ງົບປະມານ 107,118 ກວ່າໂດລາ, ເທົ່າກັບ 80.54% ແລະຍັງໄດ້ນໍາສະເໜີແຜນກິດຈະກຳ ແລະແຜນງົບປະມານ ໃນປີຕໍ່ໄປຕື່ມອີກ; ພ້ອມນີ້ ບັນດາຂະແໜງການກ່ຽວຂ້ອງ ກໍໄດ້ປະກອບຄໍາຄິດຄໍາເຫັນ ແລະຊອກຫາວິທີທາງແກ້ໄຂ ເພື່ອໃຫ້ມີຄວາມຖືກຕ້ອງສອດຄ່ອງກັບການຈັດຕັ້ງປະຕິບັດກິດຈະກໍາຕົວຈິງ ເພື່ອໃຫ້ບັນລຸເປົ້າໝາຍຂອງໂຄງການ.
ທ່ານ ນາງ ສີສະຫງ່າ ແກ້ວດວງດີ ໄດ້ເນັ້ນໃຫ້ຄະນະກໍາມະການຄຸ້ມຄອງໂຄງການ ໃຫ້ສືບຕໍ່ປະຕິບັດບາງກິດຈະກໍາ ທີ່ຍັງບໍ່ທັນໄດ້ດໍາເນີນ ເປັນຕັ້ນ ການປ້ອງກັນດິນເຊາະເຈື່ອນ, ສືບຕໍ່ປະສານກັນ ລະຫວ່າງໂຄງການກັບພາກລັດ ເພື່ອວາງແຜນຮ່ວມກັນໃນການປະຕິບັດກິດຈະກໍາຕ່າງໆ ໃຫ້ວຽກງານມີຄວາມໂລ່ງລ່ຽນ.
ຂ່າວ:ພຸດທະສອນ



ຄໍາເຫັນ