![]() |
ສອງຝ່າຍໄດ້ເນັ້ນໜັກເຖິງການຮ່ວມມືຍຸດທະສາດ ແລະ ການຮັດແໜ້ນສາຍພົວພັນມິດຕະພາບອັນພິເສດໂດຍມີຈຸດສຸມສຳຄັນຄື: ກຽມສະຫຼອງໃຫຍ່ປີ 2027: ສອງຝ່າຍກຽມພ້ອມຈັດກິດຈະກຳສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ (ຄົບຮອບ 65 ປີວັນສ້າງຕັ້ງການທູດ ແລະ 50 ປີການເຊັນສົນທິສັນຍາມິດຕະພາບ), ເລັ່ງຜັນຂະຫຍາຍໂຄງການຂະໜາດໃຫຍ່ເຊັ່ນ: ທ່າເຮືອຫວຸງອາງ, ເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟລາວ-ຫວຽດນາມ ລວມທັງຂົງເຂດພະລັງງານ, ບໍ່ແຮ່ແລະ ກະສິກຳເພື່ອໜຸນເສດຖະກິດລາວໃຫ້ເຂັ້ມແຂງຂຶ້ນ.
![]() |
ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວ ໂດຍສັງເຂບໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໄລຍະ 2026-2030.
ທັງສອງຝ່າຍຢືນຢັນຄືນຄວາມມຸ່ງໝັ້ນທີ່ຈະສືບຕໍ່ຮັກສາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
![]() |
(ຂ່າວ: ສພຊ)



ຄໍາເຫັນ