![]() |
ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ໄດ້ແຈ້ງໃຫ້ຊາບວ່າ: ການມາຢ້ຽມຢາມຄັ້ງນີ້ ໂດຍມີເປົ້າໝາຍຕິດຕາມໂຄງການທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກລັດຖະບານອັງກິດ ໂດຍມີອົງການ UNICEF ແລະ The Mines Advisory Group (MAG) ເປັນຜູ້ຈັດຕັ້ງປະຕິບັດໂດຍສຸມໃສ່ວຽກງານເກັບກູ້ລະເບີດບໍ່ທັນແຕກ ທີ່ຍັງຕົກຄ້າງໃນ ສປປ ລາວ.
ທ່ານ ເດດສັກດາ ມະນີຄຳ ໄດ້ກ່າວສະແດງຄວາມຍິນດີ ແລະ ຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານເອກອັກຄະລາຊະທູດ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນຄັ້ງນີ້. ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານອັງກິດທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງຄຳມ່ວນ ເຊິ່ງມີຄວາມຈຳເປັນຕໍ່ການປົກປ້ອງຊີວິດ ແລະ ຫຼຸດຜ່ອນຄວາມສ່ຽງໃຫ້ແກ່ປະຊາຊົນ. ພ້ອມສະເໜີໃຫ້ລັດຖະບານອັງກິດສືບຕໍ່ສະໜັບສະໜູນວຽກງານດັ່ງກ່າວ ໂດຍຂະຫຍາຍຂອບເຂດການເກັບກູ້ໄປຍັງເຂດມີຄວາມສ່ຽງໃຫ້ກວ້າງຂວາງຂຶ້ນ, ພ້ອມຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດ ໃຫ້ສາມາດຟື້ນຟູຊີວິດການເປັນຢູ່ໃຫ້ດີຂຶ້ນ.
ຂ່າວ : ມະນີວັນ

ຄໍາເຫັນ