![]() |
ໃນພິທີ, ຄະນະຜູ້ບໍລິຫານບໍລິສັດ ໄດ້ລາຍງານຄວາມຄືບໜ້າ ຂອງການດຳເນີນກິດຈະການຂຸດຄົ້ນແຮ່ທາດ ການປົກປັກຮັກສິ່ງແວດລ້ອມ, ການປະກອບສ່ວນພັດທະນາເສດຖະກິດ-ສັງຄົມໃນທ້ອງຖິ່ນ ລວມທັງການສ້າງວຽກເຮັດງານທຳໃຫ້ປະຊາຊົນໃນເຂດອ້ອມຂ້າງໂຄງການ.
![]() |
ໂອກາດນີ້, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງບໍລິ ສັດ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ຄະນະບໍລິຫານ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຮັກສາຄວາມສະຫງົບ, ປະຕິບັດຕາມລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ເຄົາລົບ ແລະ ປົກປັກຮັກສາສິ່ງແວດ ລ້ອມໃຫ້ມີຄວາມຍືນຍົງ. ພ້ອມນັ້ນ, ໃຫ້ສຸມໃສ່ຈັດຕັ້ງປະຕິບັດແຜນການຜະລິດ ແລະ ວຽກງານຕ່າງໆ ໃຫ້ບັນລຸຕາມຄາດໝາຍ, ເອົາໃຈໃສ່ຝຶກອົບຮົມດ້ານເຕັກນິກວິຊາການໃຫ້ພະນັກງານລາວ ເພື່ອຍົກສູງຄວາມຮູ້ ແລະ ທັກສະວິຊາຊີບ. ພ້ອມທັງໄດ້ເນັ້ນໃຫ້ບໍລິສັດ ສືບຕໍ່ປະສານສົມທົບກັບອຳນາດການປົກຄອງແຂວງ, ເມືອງ ໃນການຊ່ວຍເຫຼືອ ແລະ ພັດທະນາພື້ນຖານໂຄງລ່າງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດໂຄງການໃຫ້ດີຂຶ້ນ.
![]() |
ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຊົມສະຖານທີ່ຂຸດຄົ້ນ, ໂຮງ ງານແປຮູບ ແລະ ເຂດດຳເນີນງານຕົວຈິງຂອງບໍລິສັດ ເພື່ອຮັບຊາບສະພາບການດຳເນີນງານຕົວຈິງ.
![]() |
ຂ່າວ: ວິໄລສັກ ແກ້ວຫຼວງໂຄດ




ຄໍາເຫັນ