![]() |
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານພາຍໃນແຂວງໄຊຍະບູລີ ຊຶ່ງຮ່າງຂໍ້ຕົກລົງສະບັບດັ່ງກ່າວປະກອບມີ 9 ໝວດ 35 ມາດຕາ. ຈຸດປະສົງ ເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ, ກວດກາ ແລະ ຕິດຕາມບັນດາຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວກ່ຽວກັບວຽກງານ ການຄຸ້ມຄອງພື້ນຖານໂຄງລ່າງ ໂທລະຄົມມະນາຄົມ ແລະ ການສື່ສານພາຍໃນແຂວງ ໃຫ້ມີຄວາມຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແນໃສ່ສົ່ງເສີມການນໍາໃຊ້ພື້ນຖານໂຄງລ່າງໂທລະຄົມມະນາຄົມ, ການປົກປັກຮັກ ສາ ແລະ ການນໍາໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ, ເຄື່ອງສື່ສານໃຫ້ກວ້າງຂວາງ, ເພື່ອຄວາມສະດວກ, ວ່ອງໄວ, ທັນສະໄໝ, ມີຄຸນນະພາບ ແລະ ປອດໄພ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບ ຄຳເຫັນ ເພື່ອເຮັດໃຫ້ເນື້ອໃນຮ່າງນິຕິກຳສະບັບດັ່ງກ່າວ ມີຄວາມອຸດົມສົມບູນ, ຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງໃນທ້ອງຖິ່ນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດປະສິດທິຜົນສູງສຸດໃນຕໍ່ໜ້າ.
![]() |
ຂ່າວ: ແກ່ນທ້າວ


ຄໍາເຫັນ