ມອບ-ຮັບ ໂຄງການຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກ ສົ່ງເສີມການທ່ອງທ່ຽວ
ວັນທີ 3 ພະຈິກຜ່ານມາ, ແຂວງຄໍາມ່ວນ ຈັດພິທີມອບ-ຮັບຊົ່ວຄາວ ໂຄງການປັບປຸງຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກຕົວເມືອງ ພາຍໃຕ້ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ 4 (GMS4) ທີ່ສູນຂໍ້ມູນຂ່າວສານການທ່ອງທ່ຽວໂອດັອບ ໂດຍມີທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາ ແລະ ຜັງ ເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ການນໍາເມືອງທ່າແຂກ ແລະ ແຂກຖຶກເຊີນເຂົ້າຮ່ວມ.
ທ່ານ ໂພໄຊ ກັດຕິຍະລາດ ຫົວໜ້າພະແນກ ຍທຂ ແຂວງ ກ່າວວ່າ: ໂຄງການດັ່ງກ່າວ ເປັນສ່ວນໜຶ່ງຂອງ GMS4 ທີ່ມຸ່ງປັບປຸງໂຄງລ່າງພື້ນຖານ, ຍົກລະດັບການບໍລິການຕົວເມືອງ ແລະ ອະນຸລັກຄຸນຄ່າມໍຣະດົກ ເພື່ອສ້າງເງື່ອນໄຂໃຫ້ຕົວເມືອງທ່າແຂກເຕີບໂຕເປັນເມືອງທີ່ມີສະເໜ່ ແລະ ດຶງດູດນັກທ່ອງທ່ຽວ. ໂຄງການ GMS4 ມີມູນຄ່າລວມ 54,06 ລ້ານໂດລາ. ໃນນັ້ນ ເປັນທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ (ADB) 48 ລ້ານໂດລາ ແລະ ທຶນຈາກລັດຖະບານລາວ 6,06 ລ້ານໂດລາ. ສະເພາະເມືອງທ່າແຂກໄດ້ຮັບທຶນປະມານ 20,94 ລ້ານໂດລາ.
ໂຄງການພັດທະນາຕົວເມືອງທ່າແຂກ ປະກອບມີ 5 ກິດຈະກໍາຫຼັກ ຄື: ກໍ່ສ້າງຮ່ອງລະບາຍນໍາ 5 ສາຍ, ສ້າງອ່າງບຳບັດນ້ຳເປື້ອນ 4 ແຫ່ງ, ປັບປຸງສະໜາມກຳຈັດຂີ້ເຫຍື້ອໃຫ້ຮອງຮັບໄດ້ 300,000 ແມັດກ້ອນ ແລະ ມີອາຍຸນຳໃຊ້ຫຼາຍກວ່າ 15 ປີ, ກໍ່ສ້າງແນວປ້ອງກັນຕະຝັ່ງແມ່ນ້ຳຂອງ 5 ເຂດ ແລະ ປັບປຸງຟື້ນຟູໃຈກາງເມືອງ ເກົ່າ ພ້ອມອະນຸລັກມໍຣະດົກຕົວເມືອງ.
ສຳລັບໂຄງການຟື້ນຟູໃຈກາງເມືອງເກົ່າ ຕັ້ງຢູ່ບ້ານທ່າແຂກກາງ ເມືອງທ່າແຂກ ແຂວງຄໍາມ່ວນ ມີມູນຄ່າສັນຍາ 799,978.55 ໂດລາ ຮັບເໝົາໂດຍບໍລິສັດວິສະວະກອນກໍ່ສ້າງ ແລະ ວິສະວະກໍາ ຈໍາກັດຜູ້ດຽວ. ເນື້ອໃນວຽກປະກອບມີການປັບປຸງສວນ 21 ມີນາ ບໍລິເວນຫໍຈາລຶກ ແລະ ນໍ້າພຸ ພ້ອມສ້ອມແປງອາຄານໄປສະນີເກົ່າ ເພື່ອຮັກສາສະຖາປັດຕະຍະກຳ ແລະ ເອກະລັກຂອງຕົວເມືອງ. ໂຄງການໄດ້ເຊັນສັນຍາໃນວັນທີ 2 ກໍລະກົດ 2025 ແລະ ຜ່ານການຕໍ່ອາຍຸສັນຍາ 90 ວັນ. ພາຍຫຼັງສໍາເລັດວຽກກໍ່ສ້າງ ຈຶ່ງໄດ້ຈັດພິທີມອບ-ຮັບຊົ່ວຄາວໃນຄັ້ງນີ້ ໂດຍທ່ານ ພະນົມ ພົມດວງສີ ປະທານບໍລິສັດ ເປັນຜູ້ມອບ ແລະ ທ່ານ ໂພໄຊ ກັດຕິຍະລາດ ເປັນຜູ້ຮັບ.
ໂອກາດນີ້, ທ່ານ ເດດສັກດາ ມະນີຄຳ ກ່າວວ່າ: ພາຍຫຼັງຮັບ-ມອບແລ້ວ ຈະມອບໃຫ້ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຄຳມ່ວນ ເປັນຜູ້ຄຸ້ມຄອງດູແລ ແລະ ນຳໃຊ້ໃຫ້ຖືກຕາມຈຸດປະສົງ ເພື່ອສ້າງປະໂຫຍດດ້ານການທ່ອງທ່ຽວ ແລະ ພັດທະນາເສດຖະກິດທ້ອງຖິ່ນ. ໂຄງການຄັ້ງນີ້, ຖືເປັນອີກບາດກ້າວສຳຄັນໃນການຟື້ນຟູພູມີທັດເມືອງເກົ່າທ່າແຂກ ຮັກສາມໍຣະດົກທາງສະຖາປັດຕະຍະກຳ ແລະ ເພີ່ມທ່າແຮງໃຫ້ເມືອງທ່າແຂກ ເປັນຈຸດໝາຍປາຍທາງທ່ອງທ່ຽວທີ່ສຳຄັນຂອງແຂວງຄຳມ່ວນ. ຂ່າວ : ມະນີວັນ
ຄໍາເຫັນ