![]() |
ທ່ານ ໄຊຍະພອນ ສະຫງ່າສີ ເລຂາພັກບ້ານ ນາຍບ້ານດອນເດດ ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ ADB ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ທີ່ແຂວງຈໍາປາສັກ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ປັດຈຸບັນ ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຫຼາຍຂຶ້ນ. ອໍານາດການປົກຄອງບ້ານກໍໄດ້ເອົາໃຈໃສ່ລະດົມປະຊາຊົນໃຫ້ມີສ່ວນຮ່ວມໃນການບໍາລຸງຮັກສາເສັ້ນທາງໃຫ້ສະອາດຈົບງາມ ເຊັ່ນ: ອະນາໄມຂີ້ເຫຍື້ອນໍາແຄມທາງ, ປູກຕົ້ນດອກຈໍາປາ ຊຶ່ງເປັນເອກະລັກຂອງບ້ານ ປະດັບຕາມເສັ້ນທາງ ແລະ ຈະສືບຕໍ່ຊຸກຍູ້ໃຫ້ປະຊາຊົນຊ່ວຍກັນຮັກສາເສັ້ນທາງ ເພື່ອໃຫ້ໄດ້ໃຊ້ໃນໄລຍະຍາວ ເພື່ອໃຫ້ເພິ່ນເຫັນເຖິງຄວາມຕັ້ງໃຈຂອງປະຊາຊົນພາຍໃນບ້ານ ເພື່ອຕໍ່ໜ້າຈະມີໂຄງການທີ່ດີເຂົ້າມາຊ່ວຍເຫຼືອຕື່ມອີກ. ຖ້າຫາກວ່າບໍ່ມີການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ຄິດວ່າຄືຊິຍັງຫຼາຍປີກວ່າບ້ານຈະໄດ້ມີເສັ້ນທາງຄອນກຣີດ ງາມແບບນີ້, ເພາະເປັນການຍາກຫຼາຍ ຖ້າຕ້ອງໄດ້ລະດົມທຶນຈາກປະຊາຊົນ ກໍຈະມີຄວາມຫຍຸ້ງຍາກລໍາບາກຫຼາຍ ແລະ ກໍຕ້ອງໄດ້ຊອກຫາການຊ່ວຍເຫຼືອຈາກສັງຄົມເຂົ້າມາຊ່ວຍ.
![]() |
ທ່ານ ໄຊຍະພອນ ສະຫງ່າສີ ກ່າວຕື່ມອີກວ່າ: ໃນນາມຕາງໜ້າໃຫ້ປະຊາຊົນບ້ານດອນເດດ ກໍຄືເຂດດອນເດດ-ດອນຄອນ ຮູ້ສຶກດີໃຈທີ່ສຸດ ແລະ ເປັນບຸນວາດສະໜາ ໂຊກໃຫຍ່ຂອງບ້ານຖ້າເວົ້າຕາມທ້ອງຖິ່ນ. ທີ່ໄດ້ມີໂຄງການດີໆແບບນີ້ ເຫັນຄວາມສໍາຄັນ ແລະ ເຂົ້າມາຊ່ວຍປັບປຸງບູລະນະເສັ້ນທາງ. ເຫັນບ້ານອື່ນກ່ອນຈະໄດ້ເສັ້ນທາງຄອນກຣີດ ຕ້ອງໄດ້ລະດົມເງິນຄອບຄົວໜຶ່ງຫຼາຍລ້ານກີບ. ບ້ານດອນເດດ ເປັນບ້ານພັດທະນາ ສິ່ງພົ້ນເດັ່ນແມ່ນຊາວໜຸ່ມ ສ່ວນຫຼາຍແມ່ນມີວຽກເຮັດງານທໍາໃນບ້ານຂອງຕົນ ໃນຈໍານວນປະຊາກອນປະມານ ພັນປາຍກວ່າຄົນ ຈະມີແຮງງານໜຸ່ມອອກໄປເຮັດວຽກຕ່າງແຂວງ ຕ່າງເມືອງ ຫຼື ຢູ່ຕ່າງປະເທດປະມານ ຮ້ອຍກວ່າຄົນເທົ່ານັ້ນ ຕາມສະຖິຕິຂອງບ້ານ ຍ້ອນວ່າ ບ້ານມີຄວາມສະດວກສະບາຍໃນການທໍາມາຫາກິນ ເປັນແຫຼ່ງໃຫ້ບໍລິການທ່ອງທ່ຽວທີ່ເຂັ້ມແຂງ ເຮັດໃຫ້ໄວໜຸ່ມບໍ່ຄິດຢາກອອກຈາກບ້ານໄປ ໃນເມື່ອຢູ່ບ້ານເກີດຂອງຕົນ ເຮັດອັນໃດກໍພໍມີລາຍໄດ້ເຂົ້າໃນຄອບຄົວ ແລະ ກຸ້ມກິນ ຊຶ່ງແຕກຕ່າງຈາກຊາວໜຸ່ມບ້ານອື່ນຫຼາຍ. ເພາະບ້ານດອນເດດ ແມ່ນເຮັດວຽກກັບພື້ນທີ່ເລີຍ ແລະ ກິດຈະການຕ່າງໆພາຍໃນບ້ານກໍມີຫຼາຍ ເປັນຕົ້ນ ບ້ານພັກ, ໂຮງແຮມ, ຮ້ານອາຫານ ໂດຍສ່ວນໃຫຍ່ແມ່ນປະຊາຊົນເປັນພາຍໃນບ້ານເຈົ້າຂອງກິດຈະການເອງ, ສ່ວນນັກລົງທຶນພາຍນອກແມ່ນມີໜ້ອຍທີ່ຈະເຂົ້າມາໃນເຂດນີ້.
![]() |
ສະເລ່ຍລາຍຮັບແຕ່ລະຄົວເຮືອນບໍ່ຫຼຸດ ປະມານ 200 ກວ່າລ້ານກີບ ຕໍ່ປີ ຖ້າມາເບິ່ງແລ້ວແມ່ນສະແດງອອກໃນການສ້າງສາພັດທະນາແມ່ນມີຫຼາຍ ເຊັ່ນເຮືອນປະຊາຊົນກໍມີການປຸກສ້າງເພີ່ມຂຶ້ນ, ເຮືອນພັກ, ໂຮງແຮມ, ຮ້ານອາຫານ ອື່ນໆ ພ້ອມນີ້ ບ້ານດອນເດດ ກໍໄດ້ສົ່ງເສີມປະຊາຊົນ ໂດຍສະເພາະແມ່ນການປູກ, ການລ້ຽງ; ວຽກງານການບໍລິການ ປັດຈຸບັນກໍາລັງສຸມໃສ່ການບໍລິການເປັນຫຼັກ ການບໍລິການດ້ານການທ່ອງທ່ຽວ ທາງເຮືອ, ທາງລົດ ໃຫ້ມີຄວາມປອດໄພ. ສິ່ງນີ້ ແມ່ນສ້າງຄວາມເຊື່ອໜັ້ນໃຫ້ກັບນັກທ່ອງທ່ຽວ ແລະ ສາມາດດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວບ້ານດອນເດດ-ດອນຄອນ ຫຼາຍຂຶ້ນ.



ຄໍາເຫັນ