ສູນດັ່ງກ່າວລະບຸວ່າ: ປະມານ 96% ຂອງຄົນເຈັບບໍ່ໄດ້ຮັບການສັກຢາວັກຊິນ ຫຼື ມີບັນທຶກການສັກຢາວັກຊິນທີ່ບໍ່ແນ່ນອນ. ໂດຍຈຳນວນຄົນເຈັບສະສົມໃນປີ 2026 ເພີ່ມຂຶ້ນຫຼາຍກວ່າສອງເທົ່າຂອງຈຳນວນຄົນເຈັບທັງໝົດໃນປີ 2025 ຊຶ່ງຢູ່ທີ່ 2,289 ຄົນ.
ສື່ມວນຊົນຂອງ ສະຫະລັດ ອາເມຣິກາ ອ້າງອີງຈາກຜູ້ຊ່ຽວຊານລາຍງານວ່າ: ການກັບມາລະບາດຂອງພະຍາດໝາກແດງຄັ້ງນີ້ເຮັດໃຫ້ຈຳນວນຄົນເຈັບປະຈຳປີ ໃນສະຫະລັດ ອາເມຣິກາ ເພີ່ມສູງທີ່ສຸດໃນຮອບ 30 ກວ່າປີ. ທັງຍັງສະທ້ອນໃຫ້ເຫັນເຖິງສິ່ງທ້າທາຍຕ່າງໆໃນລະບົບສາທາລະນະສຸກຂອງປະເທດ, ໂດຍການລະບາດຂອງພະຍາດໄດ້ເນັ້ນໃຫ້ເຫັນເຖິງອັດຕາການສັກຢາວັກຊິນທີ່ຫຼຸດລົງ, ການຫຼຸດລົງຂອງຄວາມເຊື່ອໝັ້ນໃນສະຖາບັນສຸຂະພາບ ແລະ ສິ່ງທ້າທາຍທີ່ເພີ່ມຂຶ້ນໃນການຊັກຊວນໃຫ້ປະຊາຊົນປົກປ້ອງຕົນເອງ, ລູກຫຼານ ແລະ ຊຸມຊົນຂອງເຂົາເຈົ້າ.
ຄໍາເຫັນ