![]() |
ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ ທ່ານເອກອັກຄະລັດຖະທູດອົດສະຕຣາລີ ທີ່ໄດ້ສຳເລັດການມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນໄລຍະຜ່ານມາ ດ້ວຍຜົນສໍາເລັດຢ່າງຈົບງາມ ໂດຍສະເພາະການເປັນຂົວຕໍ່ເຊື່ອມມິດຕະພາບ ລາວ-ອົສຕຣາລີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງລາວ, ລວມທັງການຊຸກຍູ້ລັດຖະບານອົສຕຣາລີ ໃຫ້ການຊ່ວຍເຫຼືອ ສປປ ລາວ ດ້ານການສ້າງຊັບພະຍາກອນມະນຸດ, ສາທາລະນະສຸກ, ກໍ່ສ້າງພື້ນຖານໂຄງລ່າງ, ການຄ້າ, ການທ່ອງທ່ຽວ ແລະ ອື່ນໆ; ເຊື່ອໝັ້ນວ່າ ພາຍຫຼັງກັບຄືນປະເທດ ທ່ານເອກອັກຄະລັດຖະທູດ ຍັງຈະສືບຕໍ່ ສະໜັບສະໜູນ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ອົສຕຣາລີ ໃຫ້ນັບມື້ຂະຫຍາຍຕົວ ແລະ ມີໝາກຜົນຍິ່ງໆຂຶ້ນ, ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນ ສອງຊາດ ລາວ-ອົດສະຕຣາລີ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ເປັນຢ່າງສູງຕໍ່ ທ່ານຫົວໜ້າ ຄຕພ ທີ່ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ໄດ້ໃຫ້ການສະໜັບສະໜູນຕະຫຼອດໄລຍະການມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າພາຍຫຼັງກັບຄືນປະເທດແລ້ວຍັງຈະສືບຕໍ່ເອົາໃຈໃສ່ຕິດຕາມ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ອົສຕຣາລີ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ສອງຝ່າຍໄດ້ເອກະພາບກັນ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ອົສຕາລີ ໃນໄລຍະຜ່ານມາ ແລະ ຍິນດີສືບຕໍ່ປະສານສົມທົບກັນ ໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄືຊຸກຍູ້ການພົວພັນຮ່ວມມື ໃນສາຍພັກ ແລະ ການທູດປະຊາຊົນ ໃນຕໍ່ໜ້າ ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນ ລະຫວ່າງ ສອງປະເທດ ລາວ-ອົສຕຣາລີ.
ໃນຕອນທ້າຍ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ໃໝ່ຂອງຕົນ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບທຸກປະການ.
(ຂ່າວ: ຄຕພ; ພາບ: ສຳນານ)

ຄໍາເຫັນ