ອີງຕາມໂຕເລກໂດຍມະຫາວິທະຍາໄລ Florida ລວບລວມ, ໄລ່ຮອດຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ມີຊາວ ສະຫະລັດ ອາເມລິກາ 50.5 ລ້ານກວ່າຄົນໄດ້ໄປປ່ອນບັດ, ສູງກວ່າປະມານ 5 ລ້ານບັດເລືອກຕັ້ງເມື່ອທຽບໃສ່ຈຳນວນບັດທັງໝົດໃນການເລືອກຕັ້ງກາງສະໄໝປີ 2022. ທີ່ບັນດາລັດປະກາດຂໍ້ມູນຈົດທະບຽນພັກ, ຜູ້ມີສິດເລືອກຕັ້ງພັກປະຊາທິປະໄຕປະມານ 10.7 ລ້ານຄົນ ແລະ ຜູ້ມີສິດເລືອກຕັ້ງພັກສາທາລະນະປະມານ 7.8 ລ້ານຄົນ ໄດ້ເຂົ້າຮ່ວມການປ່ອນບັດ.
ຈຳນວນຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດກ່ອນກຳນົດເວລາ ດຳເນີນໄປໃນສະພາບທີ່ການແຂ່ງຂັນເພື່ອຄວບຄຸມສະພາສູງ ແລະ ສະພາຕ່ຳຂອງ ສະຫະລັດ ອາເມລິກາ ພວມກ້າວເຂົ້າສູ່ມື້ຕັດສິນ.
ຄໍາເຫັນ