ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ພວມຍູ້ແຮງບັນດາບຸກທະລຸຍຸດທະສາດ, ກ້າວໄປເຖິງເປົ້າໝາຍການເຕີບໂຕເສດຖະກິດໂດຍໄວ ແລະ ຍືນຍົງ. ເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ຫວຽດນາມ ພວມສຸມໃສ່ປັບປຸງລະບອບລະບຽບການ, ໝູນໃຊ້ບັນດາມາດຖານສາກົນ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງນັກລົງທຶນ, ພ້ອມທັງຍົກສູງພື້ນຖານໂຄງລ່າງຄົມມະນາຄົມ, ທ່າກຳປັ່ນ, ການບິນ, ພະລັງງານ, ພັດທະນາແຫຼ່ງຊັບພະຍານກອນມະນຸດທີ່ມີຄຸນນະພາບສູງຢ່າງຄົບຊຸດ. ທ່ານນາຍົກລັດຖະມົນຕີຫວຽດນາມ ສະເໜີ ໃຫ້ WEF ສືບຕໍ່ຮ່ວມເດີນທາງ, ເປັນຂົວເຊື່ອມຕໍ່ຊ່ວຍເຫຼືອການແບ່ງປັນຄວາມຮູ້, ຖ່າຍທອດເຕັກໂນໂລຊີ, ດຶງດູດແຫຼ່ງເງິນລົງທຶນ ແລະ ເຊື່ອມຕໍ່ກຸ່ມບໍລິສັດສາກົນກັບປະຊາຄົມວິສາຫະກິດ ຫວຽດນາມ, ໂດຍມຸ່ງໄປເຖິງປີ APEC 2027, ທ່ານນາຍົກລັດຖະມົນຕີຫວຽດນາມ ປາຖະໜາຢາກໃຫ້ສອງຝ່າຍປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ບັນດາເວທີປາໄສແລກປ່ຽນນະໂຍບາຍ, ການເຊື່ອມຕໍ່ຮ່ວມມືເສດຖະກິດ.
ທ່ານ ສະເຕຟານ ເມີເຈນທາເລີ ຢັ້ງຢືນວ່າ: WEF ປາຖະໜາຢາກຍູ້ແຮງການຮ່ວມມືກັບ ຫວຽດນາມ. ພິເສດ, ເມື່ອຫວຽດນາມ ຮັບດຳລົງເປັນເຈົ້າພາບ APEC 2027, WEF ພ້ອມທີ່ຈະສ້າງກົນໄກຮ່ວມມືຢ່າງແໜ້ນແຟ້ນຢູ່ລະດັບສູງສຸດເພື່ອແນໃສ່ລະດົມການເຂົ້າຮ່ວມຂອງຂົງເຂດເອກະຊົນ ແລະ ປະຊາຄົມສາກົນຮ່ວມເດີນທາງພ້ອມກັບບັນດາບຸລິມະສິດຂອງ ຫວຽດນາມ.
ຄໍາເຫັນ