![]() |
ເລື່ອງນີ້ໄດ້ເກີດຂຶ້ນໃນລະດູໜາວຂອງປີ 1934, ທະຫານຍິງກອງທັບແດງ 3 ຄົນໄດ້ພັກຄ້າງຄືນຢູ່ໃນຄອບຄົວນາງ ສູເຈຍຊິ້ວ ຊາວບ້ານບ້ານຊ່າໂຈ່ວ, ເມື່ອເຫັນຄອບຄົວນີ້ທຸກຍາກຫຼາຍຈົນບໍ່ມີຜ້າຫົ່ມຕຸ້ມກັນໜາວ. ເມື່ອຈາກກັນໄປ, ທະຫານຍິງ 3 ຄົນດັ່ງກ່າວໄດ້ຕັດຜ້າຫົ່ມພຽງຜືນດຽວຂອງຕົນໃຫ້ເປັນສອງຜືນ, ຈົ່ງເຄິ່ງໜຶ່ງໃຫ້ແກ່ຊາວບ້ານ. ຫຼາຍປີຜ່ານໄປ, ແມ່ເຖົ້າສູເຈຍຊິ້ວກ່າວເລື້ອຍໆວ່າ: “ພັກກອມມູນິດຈີນແມ່ນຫຍັງ? ກໍແມ່ນພວກຄົນທີ່ຕົນເອງມີຜ້າຫົ່ມພຽງແຕ່ຜືນດຽວກໍຕ້ອງຕັດເຄິ່ງໜຶ່ງຈົ່ງໄວ້ໃຫ້ແກ່ປະຊາຊົນ.” ຄຳເວົ້ານີ້ໄດ້ຕີຄວາມໝາຍແຫ່ງ “ຈິດໃຈເພື່ອປະຊາຊົນ” ຢ່າງຈະແຈ້ງທີ່ສຸດ.
ເວລາຜ່ານພົ້ນໄປ 90 ກວ່າປີແລ້ວ, ແປວໄຟສົງຄາມກໍໄດ້ຈາງຫາຍໄປແຕ່ດົນແລ້ວ, ປັດຈຸບັນ, ຈະບໍ່ຕ້ອງການຊ່ວຍເຫຼືອປະຊາຊົນດ້ວຍວິທີຄື 90 ກວ່າປີກ່ອນອີກແລ້ວ. ແຕ່ອຸດົມການແຕ່ຫົວທີແບບນີ້ບໍ່ໄດ້ຈາງຫາຍໄປຈັກເທື່ອ. ຖ້າເວົ້າວ່າ: ການເດີນທັບທາງໄກແມ່ນເພື່ອຄົ້ນຄວ້າເສັ້ນທາງກູ້ຊາດ, ຄັນຊັ້ນການສ້າງສາຄວາມທັນສະໄໝແບບຈີນໃນປັດຈຸບັນກໍແມ່ນ “ການເດີນທັບທາງໄກໃໝ່” ທີ່ ອວ່າຍໜ້າໄປສູ່ອະນາຄົດ. ບົນເສັ້ນທາງສາຍນີ້, “ຜ້າຫົ່ມເຄິ່ງຜືນ” ບໍ່ໄດ້ເປັນພຽງຄວາມຊົງຈຳໃນປະຫວັດສາດເທົ່ານັ້ນ, ຫາກແມ່ນແນວຄວາມຄິດຂອງການປົກຄອງທີ່ປະຕິບັດຢ່າງຕໍ່ເນື່ອງ.
![]() |
ແນວຄວາມຄິດແບບນີ້ຢູ່ນຳລາຍລະອຽດຂອງວຽກງານຂັ້ນຮາກຖານ. ເມື່ອພະນັກງານສະມາຊິກພັກໄປເຖິງເຂດຊົນນະບົດ, ສິ່ງສຳຄັນທີ່ສຸດບໍ່ແມ່ນໃສ່ໃຈວ່າຈະເຮັດເອກະສານລາຍງານຄືແນວໃດ? ຫາກແມ່ນໃສ່ໃຈນຳຜົນເກັບກ່ຽວຂອງສະບຽງອາຫານ ແລະ ການປະກັນສຸຂະພາບ; ການຊຸກຍູ້ການປັບປຸງຄຸ້ມຊຸມຊົນເກົ່າຈະບໍ່ແມ່ນພິຈາລະນາພຽງແຕ່ຮູບນອກຂອງຕຶກອາຄານເທົ່ານັ້ນ, ຫາກແມ່ນສົນໃຈຕໍ່ການອອກເດີນທາງຂອງຜູ້ສູງອາຍຸ ແລະ ຄວາມປອດໄພດ້ານການໃຊ້ໄຟຟ້າ; ຕໍ່ກັບຄວາມຕ້ອງການຂອງປະຊາຊົນ, ເປົ້າໝາຍຈະບໍ່ແມ່ນເຮັດໃຫ້ແລ້ວຕາມຂັ້ນຕອນເທົ່ານັ້ນ, ຫາກແມ່ນແກ້ໄຂບັນຫາຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນຢ່າງແທ້ຈິງ; ການຊຸກຍູ້ການສ້າງຄວາມຈະເລີນຮຸ່ງເຮືອງຢູ່ຊົນນະບົດຈະບໍ່ແມ່ນສະແຫວງຫາຜົນງານທີ່ມີໂຕເລກດີໆເທົ່ານັ້ນ, ຫາກແມ່ນຫວັງຈະໃຫ້ປະຊາຊົນທົ່ວໄປໄດ້ສຳຜັດກັບຄວາມສະຫງົບສຸກຢ່າງແທ້ຈິງ. ວຽກງານມະຍິກມະຍ່ອຍເຫຼົ່ານີ້ ກໍແມ່ນ “ຜ້າຫົ່ມເຄິ່ງຜືນ” ໃນຍຸກໃໝ່.
ໃນຂອບເຂດທົ່ວໂລກ, ຍັງມີຫຼາຍປະເທດກຳລັງຄົ້ນຫາເສັ້ນທາງການຫັນເປັນທັນສະໄໝທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ ແລະ ມີການປົກຄອງຂອງປະເທດຈຳນວນບໍ່ໜ້ອຍມັກຈະຕົກເຂົ້າໃນສະພາບຄວາມຫຍຸ້ງຍາກທີ່ວ່າ: ນະໂຍບາຍຕ່າງໆຈະເນັ້ນຮັບໃຊ້ທຶນຮອນ, ໂຄງການສ້າງພາບລັກ ຫຼື ເປົ້າ ໝາຍເລືອກຕັ້ງໄລຍະສັ້ນເປັນບຸລິມະສິດ, ຂໍ້ຮຽກຮ້ອງທີ່ແທ້ຈິງຂອງປະຊາຊົນທົ່ວໄປ, ພັດຖືກຫຼຸດຄວາມສຳຄັນລົງເປັນລຳດັບຮອງຂະນະທີ່ເລື່ອງ “ຜ້າຫົ່ມເຄິ່ງຜືນ” ພັດໄດ້ສົ່ງສັນຍານທີ່ກົງກັນຂ້າມຄື: ເປົ້າໝາຍສຸດທ້າຍໃນການພັດທະນາຈະຕ້ອງແມ່ນເພື່ອໃຫ້ປະຊາຊົນດຳລົງຊີວິດດີງາມກວ່າເກົ່າ.
![]() |
ຈິດໃຈການເດີນທັບທາງໄກຈະບໍ່ເປັນພຽງແຕ່ຈິດໃຈຕໍ່ສູ້ຢ່າງໝັ້ນໜຽວທົນທານຢ່າງດຽວເທົ່ານັ້ນ, ຫາກຍັງມີການຄັດເລືອກທາງຄ່ານິຍົມທີ່ຖືຄົນເປັນກົກອີກດ້ວຍ. ເວົ້າສຳລັບຈີນແລ້ວ, ການລະນຶກການເດີນທັບທາງໄກຈະບໍ່ພຽງແຕ່ເປັນການຫວນຄືນປະຫວັດສາດເທົ່ານັ້ນ, ແຕ່ຍັງເປັນການສຳຫຼວດຕົນເອງຄືນໃໝ່ໂດຍປຽບທຽບກັບອຸດົມການແຕ່ຫົວທີອີກດ້ວຍ. ເລື່ອງກອງທັບແດງຄວນຖືກຈົດຈຳໄວ້, ແຕ່ສິ່ງທີ່ສຳຄັນກວ່ານັ້ນຄືການສືບທອດຄວາມອົບອຸ່ນໃນເລື່ອງລາວເຫຼົ່ານີ້.
ຜ້າຫົ່ມຜືນໜຶ່ງໄດ້ເຊື່ອມຕໍ່ອະດີດກັບປັດຈຸບັນ; ອຸດົມການແຕ່ຫົວທີໄດ້ເຊື່ອມຕໍ່ລັດຖະບານກັບປະຊາຊົນ. ຍ້ອນມີການຢຶດໝັ້ນທີ່ເອົາໃຈໃສ່ປະຊາຊົນທົ່ວໄປຢ່າງສະເໝີຕົ້ນສະເໝີປາຍແບບນີ້ຈຶ່ງເຮັດໃຫ້ຈີນສາມາດຮັກສາຄວາມໝັ້ນທ່ຽງແລະ ຄວາມໜຽວແໜ້ນໃນຂະບວນການຫັນເປັນທັນສະໄໝ ແລະ ກາຍເປັນແບບຢ່າງທີ່ສະແດງໃຫ້ແກ່ປະເທດເຂດໂລກໃຕ້ ເພື່ອຄົ້ນຫາເສັ້ນທາງການພັດທະນາທີ່ມີຄວາມອົບອຸ່ນກວ່າເກົ່າ ແລະ ມີຄວາມຍຸຕິທຳຫຼາຍກວ່າເກົ່າ.
ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)



ຄໍາເຫັນ