ຂ່າວລະບຸວ່າ: ຕາມໂຕເລກເບື້ອງຕົ້ນຂອງກົມພາສີ, ວົງເງິນສົ່ງອອກສິນຄ້ານັບແຕ່ຕົ້ນປີມາຮອດວັນທີ 15 ຕຸລາ ບັນລຸເກືອບ 464 ຕື້ໂດລາ, ເພີ່ມຂຶ້ນເກືອບ 26% ເມື່ອທຽບກັບໄລຍະດຽວກັນຂອງປີ 2025.
ຄອມພິວເຕີ, ຜະລິດຕະພັນເອເລັກໂຕຣນິກ ແລະ ເຄື່ອງອາໄຫຼ່ໄດ້ນຳໜ້າໝວດສິນຄ້າສົ່ງອອກ, ດ້ວຍມູນຄ່າ 135 ຕື້ກວ່າໂດລາ, ກວມເອົາກວ່າ 29% ຍອດວົງເງິນສົ່ງອອກທົ່ວປະເທດ. ອັນດັບທີສອງແມ່ນໝວດເຄື່ອງຈັກ, ອຸປະກອນ, ເຄື່ອງມື ແລະ ເຄື່ອງອາໄຫຼ່ ມີມູນຄ່າເກືອບ 59 ຕື້ໂດລາ, ເພີ່ມຂຶ້ນ 29%. ໂທລະສັບທຸກປະເພດ ແລະ ເຄື່ອງອາໄຫຼ່ຕ່າງໆບັນລຸມູນຄ່າ 54 ຕື້ກວ່າໂດລາ, ເພີ່ມຂຶ້ນກວ່າ 18%.
ສິ່ງທີ່ໜ້າສົນໃຈແມ່ນ, ຂົງເຂດວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ບັນລຸວົງເງິນສົ່ງອອກ 374 ຕື້ກວ່າໂດລາ, ເພີ່ມຂຶ້ນກວ່າ 31%, ກວມເອົາເກືອບ 81% ຍອດວົງເງິນສົ່ງອອກຂອງທັງປະເທດ.
ຄໍາເຫັນ