ຫຼັງຈາກສິ້ນສຸດກອງປະຊຸມ 4 ປະເທດດັ່ງກ່າວແລ້ວ, ທ່ານ ໂມເຊນ ເຣຊາອີ ເລຂາຄະນະກຳມະການຄວາມໝັ້ນຄົງແຫ່ງຊາດສູງສຸດອີຣານ ກ່າວວ່າ: ແຕ່ລະຝ່າຍມີຄວາມເຫັນເປັນເອກະພາບກັນວ່າ, ຄວາມໝັ້ນຄົງຢູ່ອາຊີຕາເວັນຕົກຕ້ອງອາໄສກຳລັງຂອງຕົນ ແລະ ຫຼີກລ່ຽງບໍ່ໃຫ້ປະເທດອື່ນເຂົ້າມາແຊກແຊງ.
ອີງຕາມຖະແຫຼງການທີ່ເປີດເຜີຍໂດຍເວັບໄຊຫ້ອງການປະທານາທິບໍດີອີຣານ ແຈ້ງໃຫ້ຮູ້ວ່າ: ໃນເວລາພົບປະກັບຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ມາຊຸດ ເປເຊສກຽນ ປະທານາທິບໍດີອີຣານ ກ່າວວ່າ: ອີຣານສະໜັບສະໜູນຄວາມຮັບຮູ້ທີ່ເປັນເອກະພາບກັນໃນທຸກບັນຫາທີ່ມີຜົນດີຕໍ່ການຊຸກຍູ້ຄວາມສາມັກຄີ, ການປະສານງານ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນອາຊີຕາເວັນຕົກ ພ້ອມທັງກ່າວເນັ້ນໜັກຄວາມຈຳເປັນໃນການເພີ່ມທະວີຄວາມສາມັກຄີ ແລະ ການປະສານງານລະຫວ່າງປະເທດອິສລາມ.
ຄໍາເຫັນ