65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ
ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສໍາພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ ເນື່ອງໃນໂອກາດປີສາມັກຄີ ລາວ-ຫວຽດນາມ, ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.

 

ສະຫາຍ ຄໍາພັນ ເຜີຍຍະວົງ ກ່າວວ່າ: ໃນປະຫວັດສາດແຫ່ງການພົວພັນ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ກຳເນີດເກີດຂຶ້ນໃນເງື່ອນໄຂທີ່ສອງປະເທດຖືກຈັກກະພັດຕ່າງດ້າວຮຸກຮານ ແລະ ຄອບຄອງ, ໄດ້ຮ່ວມຊາຕາກຳດຽວກັນ ແລະ ທາງດ້ານພູມມີສາດ ແຜ່ນດິນກໍຕິດຈອດກັນ ນັ້ນໄດ້ສ້າງເງື່ອນໄຂພາວະວິໄສໃຫ້ກຳເນີດສາຍສຳພັນຮ່ວມສູ້ຮົບ, ມີຄວາມສາມັກຄີອັນໝັ້ນແກ່ນ, ເພິ່ງພາອາໄສຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ເປັນຮົ້ວກຳແພງ ໃຫ້ແກ່ກັນ ແລະ ກັນ ເພື່ອຕ້ານການຮຸກຮານຂອງຕ່າງດ້າວ, ຍາດເອົາເອກະລາດແຫ່ງຊາດ ແລະ ສ້າງຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນ, ການພົວພັນດັ່ງກ່າວນັ້ນ ໄດ້ຮັບການເພີ່ມພູນຄູນສ້າງກາຍເປັນເພື່ອນຮ່ວມອຸດົມການດຽວກັນ ໂດຍແມ່ນ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ ແລະ ໄດ້ ຮັບການບຳລຸງສ້າງນັບມື້ເຕີບໃຫຍ່ກາຍເປັນຄວາມສາມັກຄີພິເສດ, ສາຍພົວພັນອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານຂອງສອງຊາດ ທີ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ໄດ້ສ້າງບັນດາວິລະກຳອັນຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ເປັນສັນຍາລັກອັນໃສແຈ້ງ ກ່ຽວກັບຈິດໃຈສາມັກຄີສາກົນກຳມະຊີບ, ເປັນແບບຢ່າງແຫ່ງຄວາມສັດຊື່ບໍລິສຸດ, ຜ່ອງໃສທີ່ຫາຍາກໃນປະຫວັດສາດການພົວພັນສາກົນ, ກາຍເປັນມໍລະດົກທີ່ລໍ້າຄ່າ ແລະ ພວມຈະເລີນງອກງາມ ຂອງສອງຊາດ, ເປັນແວ່ນແຍງໃຫ້ແກ່ຮຸ່ນຄົນສືບທອດໃນໄລຍະໃໝ່ໄດ້ຮຽນຮູ້ ແລະ ສືບທອດ ຊຶ່ງປະທານ ໄກສອນ ພົມວິຫານ ໄດ້ຕີລາຄາວ່າ “ມິດຕະພາບ ແລະ ຄວາມສາມັກຄີ ຂອງພັກ ແລະ ປະຊາຊົນຫວຽດນາມ ໄດ້ມີຕໍ່ພັກ ແລະ ປະຊາຊົນລາວ ນັ້ນ ໄດ້ເປັນແບບແຜນທີ່ສວຍສົດງົດງາມທີ່ສຸດ ແລະ ເປັນແບບແຜນຫາຍາກ ໃນສາຍພົວພັນສາກົນ, ມັນໄດ້ກາຍເປັນມິດຕະພາບ ແລະ ຄວາມສາມັກຄີແບບອ້າຍຊ່ວຍນ້ອງ, ນ້ອງຊ່ວຍອ້າຍ, ເຂົ້າເມັດຫັກ ຜັກເສັ້ນດຽວກໍປັນກັນກິນ, ຮ່ວມທຸກ, ຮ່ວມສຸກນໍາກັນ ຊັກດຶງກັນກ້າວຂຶ້ນ, ພ້ອມກັນຕໍ່ສູ້ ແລະ ພ້ອມກັນຍາດເອົາໄຊຊະນະ”. ອັນນີ້ ໄດ້ສະແດງໃຫ້ເຫັນວ່າ ສາຍພົວພັນ ລາວ-ຫວຽດນາມ ນັ້ນ ນັບແຕ່ມື້ເລີ່ມຕົ້ນ ຈົນຮອດປັດຈຸບັນ ໂດຍສະເພາະແມ່ນຕະຫຼອດໄລຍະ 65 ປີຜ່ານມາແມ່ນບໍ່ໄດ້ຫຼຸດໜ້ອຍຖອຍລົງ ຫຼື ຢຸດຈຶ້ງ ແຕ່ໄດ້ຮັບການຖະນຸຖະໜອມ, ເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມ ນັບມື້ເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ.

ສາຍພົວພັນ ລາວ-ຫວຽດນາມ ນັ້ນ ໄດ້ຮັບການກໍ່ຕັ້ງ, ສືບຕໍ່ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ຜ່ານແຕ່ລະໄລຍະ ແລະ ແຕ່ລະຮຸ່ນຄົນສືບທອດ ນັບມື້ເຂົ້າສູ່ລວງເລິກ. ສະນັ້ນ, ໃນຕໍ່ໜ້າ ໃນນາມຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຜູ້ທີ່ສືບທອດມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ຢືນຢັນ ວ່າ: “ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ຮັກສາມູນເຊື້ອ, ຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອໃຫ້ສົມກັບການເສຍສະຫຼະເລືອດເນື້ອອັນສູງສົ່ງຂອງບັນດາຜູ້ນຳຮຸ່ນກ່ອນ ແລະ ນັກຮົບປະຕິວັດ ຂອງສອງຊາດ, ທັງເປັນການນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງປະເທດພວກເຮົາ".

ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍໄດ້ຢືນຢັນ ວ່າ “ຫວຽດນາມ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ຖືເປັນບຸລິມະສິດສູງສຸດ ໃນການປົກປັກຮັກສາ, ເພີ່ມທະວີ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນໃນທຸກໆດ້ານ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ”. ເພິ່ນໄດ້ເນັ້ນວ່າ ສາຍພົວພັນນີ້ແມ່ນ “ຊັບສົມບັດອັນລໍ້າຄ່າ” ຂອງທັງສອງຊາດ ທີ່ຮຸ່ນຄົນປັດຈຸບັນ ແລະ ຮຸ່ນຕໍ່ໆໄປ ຕ້ອງໄດ້ຮ່ວມກັນປົກປັກຮັກສາ ແລະ ຖະໜອມບຳລຸງ.

ອັນນີ້ ໄດ້ຢັ້ງຢືນວ່າ ສາຍພົວພັນ ລາວ-ຫວຽດນາມ ທີ່ເປັນມູນເຊື້ອນັ້ນ ພວມໄດ້ຮັບການ ສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ບໍ່ວ່າປັດຈຸບັນ ກໍຄືອະນາຄົດ, ສອງພັກ, ລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ກໍຈະພ້ອມກັນປົກປັກຮັກສາ, ຖະນຸຖະໜອມ ແລະ ບຳລຸງສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດນີ້ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ 29 ຕຸລາ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍມິດຕະພາບ. ທ່ານ ນາງ ໄຊທານີ ຈັນທະວົງສາ ຮອງປະທານສະມາຄົມນັກທຸ ລະກິດໜຸ່ມ ທັງເປັນຮອງຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ສະມາຄົມນັກທຸລະກິດໜຸ່ມ ໄດ້ຮ່ວມກັບຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນພະຍາດເສັ້ນເລືອດສະໝອງສາກົນ ໃນປີນີ້ໂດຍໄດ້ມອບຕຽງຈຳນວນ 4 ຕຽງ, ລຳໂພງ, ອາຫານການກິນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ໃຫ້ພະແນກບຳບັດ ເພື່ອປະກອບສ່ວນບັນເທົາຄວາມຂາດ ແຄນອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ໃນການດູແລຮັກສາຄົນເຈັບ ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້ມີມູນຄ່າທັງໝົດ 55 ລ້ານກີບ.
ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 26-28 ຕຸລານີ້, ທ່ານ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະ ນາອົບຮົມ, ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ ll ຂອງກອງທັບປະຊາຊົນລາວ ໃຫ້ສູນເສຍອົງຄະ 598, ສູນ 18 ແລະ ສູນ 19 ຢູ່ແຂວງຫຼວງພະບາງ, ມີທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ພ້ອມດ້ວຍຄະນະບັນຊາບັນດາສູນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນຕອນຄໍ່າວັນທີ 27 ຕຸລາຜ່ານມາ, ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີການນໍາແຂວງ, ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຫວ່າງມໍ່ໆມານີ້, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳວຽກງານ ຢູ່ໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230kV ມະຫາໄຊ ຂອງບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T) ຢູ່ ເມືອງມະຫາໄຊ ແຂວງຄຳມ່ວນ. ໂດຍມີ ທ່ານ ເຊຍ ມິນ (Xie Min) ຮອງຜູ້ອຳນວຍການໃຫຍ່ ບໍລິສັດ EDL-T ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມຕ້ອນຮັບ ແລະ ນຳສະເໜີ.
ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຄະນະບໍລິຫານງານພັກແຂວງຈຳປາສັກ ແລະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະ​ຮ່ວມ​ມື​ກັນເພື່ອສ້າງກົນໄກທາງດ້ານນິຕິກຳສຳລັບການຮ່ວມມື, ຍົກສູງປະສິດທິຜົນການຈັດຕັ້ງປະຕິບັດໜ້າວຽກ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງຂັ້ນຮາກຖານ ຜ່ານການສຶກສາອົບຮົມດ້ານການເມືອງ-ແນວຄິດ, ການປູກຈິດສຳນຶກຮັກຊາດ, ຮັກອາຊີບ, ຮັກສາສິ່ງແວດລ້ອມ ແລະ ຂະຫຍາຍການຈັດຕັ້ງຊາວໜຸ່ມເຂົ້າສູ່ຂະແໜງການຜະລິດ, ໂຮງຈັກ, ໂຮງງານ ແລະ ເຂດເສດຖະກິດ.
ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

​ ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເມືອງຈັນທະບູລີ ເອົາໃຈໃສ່ຈັດສັນລະບຽບການສັນຈອນໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳປີ 2026 ໂດຍໄດ້ຮັບການຮ່ວມມືເປັນຢ່າງດີຈາກປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ພ້ອມທັງວາງກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ 49 ສະຫາຍ ປະຈຳການຢູ່ 15 ຈຸດ ພາຍໃນ ແລະ 2 ປ້ອມພາຍນອກເຂດຮັບຜິດຊອບ ເພື່ອອໍານວຍຄວາມສະດວກ ແລະ ຫຼຸດຜ່ອນຄວາມແອອັດ.
ເພີ່ມເຕີມ