![]() |
ໃນໄລຍະການລົງຕິດຕາມ, ທ່ານຮອງປະທານປະເທດ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລາຍງານຄວາມຄືບໜ້າ, ຮັບຟັງການລາຍງານຢ່າງຮອບດ້ານຈາກ ບໍລິສັດ EDL-T ກ່ຽວກັບການກໍ່ສ້າງ ແລະ ການດຳເນີນງານຂອງໂຄງການ ພ້ອມທັງໄດ້ລົງກວດກາຕົວຈິງຢູ່ສະໜາມ.
ໂຄງການສະຖານີ ແລະ ສາຍສົ່ງໄຟຟ້າ 230kV ມະຫາໄຊ ແມ່ນກຳລັງຈັດຕັ້ງປະຕິບັດຕາມແຜນການ, ໂດຍເນັ້ນໃສ່ການພັດທະນາແບບສ້າງສ່ວນຮ່ວມກັບທ້ອງຖິ່ນ (Localization Strategy) ເປັນຕົ້ນແມ່ນການຮັບເອົາແຮງງານທ້ອງຖິ່ນ ເຂົ້າຮ່ວມການກໍ່ສ້າງ, ການຈັດຊື້ວັດຖຸອຸປະກອນຢູ່ພາຍໃນ ແລະ ການຊຳລະຄ່າຊົດເຊີຍທີ່ດິນຢ່າງເໝາະສົມ ຊຶ່ງເປັນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ເມື່ອໂຄງການສຳເລັດ, ຈະຊ່ວຍຍົກລະດັບຂີດຄວາມສາມາດໃນການສະໜອງໄຟຟ້າຢູ່ເຂດພາກກາງ, ພາກໃຕ້ ແລະ ເຂດໃກ້ຄຽງ, ເພີ່ມຂີດຄວາມສາມາດໃນການເຊື່ອມໂຍງ-ແລກປ່ຽນໄຟຟ້າຂ້າມຊາຍແດນ, ທັງມີສ່ວນຊ່ວຍໃນການຫຼຸດຜ່ອນລາຄາໄຟຟ້າ ແລະ ຊ່ວຍຟື້ນຟູສະພາບການເງິນ ຂອງບໍລິສັດ ລັດວິສາຫະກິດໄຟຟ້າລາວ (EDL).
![]() |
ໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານໄລຍະຜ່ານມາ, ໂດຍເນັ້ນວ່າ: ໂຄງການນີ້ແມ່ນໂຄງການແບບຢ່າງຂອງການຮ່ວມມື ລາວ-ຈີນ ທີ່ສອດຄ່ອງກັບນະໂຍບາຍ ແລະ ແຜນພັດທະນາຂອງຊາດ. ໃນຖານະທີ່ເປັນໜຶ່ງໃນສະຖານີໄຟຟ້າ 230kV ທີ່ໃຫຍ່ທີ່ສຸດໃນລາວ, ໂຄງການນີ້ມີບົດບາດສຳຄັນ ຄື: 1. ເສີມສ້າງຄວາມເຂັ້ມແຂງໃຫ້ລະບົບຕາຂ່າຍໄຟຟ້າ ຢູ່ພາກກາງ ແລະ ພາກໃຕ້, 2. ເພີ່ມທ່າແຮງການສົ່ງອອກໄຟຟ້າໄປໄທຢ່າງມະຫາສານ ແລະ ຫຼຸດຜ່ອນການຂາດດຸນການຄ້າໄຟຟ້າຂອງ EDL, 3. ເປັນໂຄງການຕົ້ນແບບໃຫ້ແກ່ການພັດທະນາຕາຂ່າຍໄຟຟ້າລະດັບສູງທົ່ວປະເທດ, ພ້ອມທັງເປັນແຮງຊຸກຍູ້ຍຸດທະສາດການເປັນ "ສູນກາງພະລັງງານຂອງອາຊີອາຄະເນ".
![]() |
ໃນຕອນທ້າຍ, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຄະນະທີມງານ EDL-T, ພ້ອມທັງໄດ້ຂຽນຄຳຈາລຶກ ເພື່ອເປັນເຂັມຊີ້ທິດ ແລະ ເປັນກຳລັງໃຈໃຫ້ແກ່ທີມງານໃນການຍົກລະດັບການກໍ່ສ້າງຕາຂ່າຍໄຟຟ້າໃຫ້ມີຄຸນນະພາບສູງ ເພື່ອຊຸກຍູ້ການເຊື່ອມໂຍງດ້ານພະລັງງານ ລາວ-ຈີນ.
ການລົງຕິດຕາມຄັ້ງນີ້ ໄດ້ກຳນົດທິດທາງທີ່ຈະແຈ້ງໃຫ້ແກ່ໂຄງການໃນຂັ້ນຕໍ່ໄປ, ບໍລິສັດ EDL-T ຈະສືບຕໍ່ປະຕິບັດຕາມທິດຊີ້ນຳຂອງທ່ານຮອງປະທານປະເທດ, ເລັ່ງກໍ່ສ້າງໂຄງການໃຫ້ໄດ້ມາດຕະຖານສູງ ເພື່ອສ້າງຕາຂ່າຍໄຟຟ້າທີ່ທັນສະໄໝ ແລະ ເຂັ້ມແຂງ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ແລະ ທັງເປັນເສົາຄ້ຳໃຫ້ແກ່ການພັດທະນາເສດຖະກິດ-ສົມຄົມ.
(ຂ່າວ: EDL-T).



ຄໍາເຫັນ