![]() |
ການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026 ມີເຮືອເຂົ້າຮ່ວມທັງໝົດ 18 ລໍາ. ໃນນັ້ນ, ມີເຮືອປະເພນີ 30 ສີພາຍ ເຂົ້າຮ່ວມ 10 ລຳ, ເຮືອ 12 ສີພາຍ (ຍິງ-ຊາຍ) 8 ລໍາ.
ຜ່ານການແຂ່ງຂັນຜົນປະກົດວ່າ: ເຮືອຄອງແຊັມ (ຊະນະເລີດ) 30 ສີພາຍ ທີ 1: ເຮືອທະນາຄານຮ່ວມພັດທະນາ (JDB) ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມລາງວັນເງິນສົດ 40,000,000 ກີບ ແລະ ຂັນໜູນວຽນ;
ທີ 2 ເຮືອຈໍາປາເຮືອຊ່ວງ ໄດ້ຮັບຂັນລາງວັນ, ພ້ອມລາງວັນເງິນສົດ 35,000,000 ກີບ; ທີ 3: ເຮືອບໍລິສັດອິນຊີແອັດແຊັດ ໄດ້ຮັບຂັນລາງວັນ, ພ້ອມລາງວັນເງິນສົດ 30,000,000 ກີບ; ທີ 4 ເຮືອເພັດມີໄຊ ຕາວັນໃຕ້ຟ້າ ບ້ານສີຖານໃຕ້ ໄດ້ຮັບຂັນລາງວັນ, ພ້ອມລາງວັນເງິນສົດ 25,000,000 ກີບ.
![]() |
ສໍາລັບປະເພດເຮືອ 12 ສີພາຍຍິງ: ຊະນະເລີດ ທີ 1: ເຮືອແມ່ຍິງກຸ່ມການນໍາເມືອງຈັນທະບູລີ ໄດ້ຮັບຂັນລາງວັນ, ພ້ອມລາງວັນເງິນສົດ 8,000,000 ກີບ; ທີ 2: ເຮືອຕາແສງວັດຈັນ ໄດ້ຮັບຂັນລາງວັນ, ພ້ອມລາງວັນເງິນສົດ 7,000,000 ກີບ; ທີ 3: ເຮືອຕາແສງໜອງທາ ໄດ້ຮັບຂັນລາງວັນ, ພ້ອມລາງວັນເງິນສົດ 6,000,000 ກີບ ແລະ ທີ 4: ເຮືອຕາແສງໂພນຕ້ອງ ໄດ້ຮັບຂັນລາງວັນ, ພ້ອມລາງວັນເງິນສົດ 5,000,000 ກີບ; ເຮືອ 12 ສີພາຍຊາຍ ທີ 1: ເຮືອການນໍາເມືອງຈັນທະບູລີ; ທີ 2: ເຮືອຕາແສງໜອງທາ; ທີ 3: ເຮືອຕາ ແສງວັດຈັນ ແລະ ທີ 4 ເຮືອຕາແສງໂພນຕ້ອງ. ສ່ວນລາງວັນທີ 1; ທີ 2; ທີ 3 ແລະ ທີ 4 ໄດ້ຮັບຄືກັນກັບລາງວັນເຮືອ 12 ສີພາຍຍິງ.
![]() |
ໃນພິທີ, ໄດ້ມີການມອບລາງວັນເຮືອໄຟສາມັກຄີ ຊຶ່ງຜົນປະກົດວ່າ: ຊະນະເລີດ (ທີ 1): ເຮືອໄຟສາມັກຄີໂຮງແຮມລືໄຊ ໄດ້ຮັບເງິນລາງວັນ 24,000,000 ກີບ; ທີ 2: ເຮືອໄຟສາມັກຄີຕາແສງໜອງທາ ໄດ້ຮັບເງິນລາງວັນ 21,000,000 ກີບ; ທີ 3: ເຮືອໄຟສາມັກຄີ ຕາແສງວັດຈັນ ເມືອງຈັນທະບູລີ ໄດ້ຮັບເງິນລາງວັນ 19,000,000 ກີບ; ທີ 4: ເຮືອໄຟ ສາມັກຄີຊາວບ້ານທົ່ງຂັນຄໍາ ໄດ້ຮັບເງິນລາງວັນ 17,000,000 ກີບ.
![]() |
(ຂ່າວ: ວັນເພັງ+ແສງຈັນ, ພາບ: ຍຸພິນທອງ)




ຄໍາເຫັນ