![]() |
ທ່ານ ນາງ ຄໍາແຜ່ນ ພົມມະຫາໄຊ ປະຊາຊົນບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດວ່າ: ປີນີ້ໄດ້ນໍາເອົາໝາກເບັງນ້ອຍ-ໃຫຍ່, ກະໂທງ, ດອກໄມ້, ທູບທຽນ ມາວາງຂາຍໃນງານບຸນ ເຫັນວ່າການຄ້າຂາຍດີກວ່າປີຜ່ານມາ.
![]() |
ທ່ານ ນາງ ພອນສະຫວັນ ວົງພະນະຄອນ ຮອງເລຂາພັກບ້ານ ຮອງປະທານຄະນະກໍາມະການປົກຄອງບ້ານວັດຈັນ ໄດ້ໃຫ້ສໍາພາດ ວ່າ: ມີຄວາມຮູ້ສຶກດີໃຈຫຼາຍທີ່ເຫັນຄົນລາວ ຍັງຮັກສາປະເພນີອັນດີງາມດັ້ງເດີມໄວ້ ຄື ບຸນອອກພັນສາປະວໍຣະນາ ເພື່ອຮັກສາຮີດ 12 ຄອງ 14 ໄວ້ບໍ່ໃຫ້ສູນຫຼາຍ. ດັ່ງນັ້ນ, ພວກເຮົາຊາວພຸດທັງ ຫຼາຍມີຄວາມຍິນດີ ແລະ ເຫຼື້ອໃສໃນພຸດທະສາສະໜາ ຄື ຄິດດີ ທໍາດີ ມີສິນທໍາປະຈໍາໃຈ.
![]() |
ໂອກາດນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງໄວໜຸ່ມລາວທຸກທົ່ວໜ້າຈົ່ງພ້ອມກັນອະນຸລັກຮັກສາ ແລະ ເສີມຂະຫຍາຍຮິີດຄອງປະເພນີອັນດີງາມໃຫ້ມີຄວາມຍືນຍົງ.



ຄໍາເຫັນ