![]() |
ເຂົ້າຫຼາມ-ປີ້ງໄກ່ ແມ່ນອາຫານທີ່ເປັນເອກະລັກຂອງງານບຸນປະເພນີຂອງຊາດລາວເຮົາ ຖ້າເຫັນມີຂາຍບັ້ງເຂົ້າຫຼາມ-ປີ້ງໄກ່ຢູ່ໃສ ແມ່ນຢູ່ບ່ອນນັ້ນມີງານບຸນ ຊຶ່ງເປັນການສືບທອດຕໍ່ກັນມາຫຼາຍສິບປີ ແລະ ເປັນອາຫານທີ່ທຸກຄົນເມື່ອໄປງານບຸນຕ່າງໆແມ່ນຕ້ອງໄດ້ຊື້ເມືອຕ້ອນເມືອຝາກຍາດພີ່ນ້ອງ.
ທ່ານ ນາງ ນ້ອຍ ພົມມີໄຊ ປະຊາຊົນບ້ານໂພນສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ (ເຂດທາງແບ່ງນາໂພ) ກໍເປັນອີກຜູ້ໜຶ່ງທີ່ໄດ້ມາຮ່ວມຂາຍເຄື່ອງທຸກໆປີໃນງານບຸນດັ່ງກ່າວ; ທ່ານໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ສໍາລັບປີນີ້ ຕົນໄດ້ນໍາເອົາບັ້ງເຂົ້າຫຼາມ ແລະ ປີ້ງໄກ່ມາຂາຍ ຊຶ່ງມາແຕ່ມື້ວັນທີ 23 ຕຸລາຜ່ານມານີ້ ປະກົດວ່າຂາຍດີ ແລະ ມີລູກຄ້າເຂົ້າມາອຸດໜູນຢ່າງຕໍ່ເນື່ອງ; ລາຄາຂາຍກໍບໍ່ແພງ ເພາະວ່າເປັນສິນຄ້າທີ່ສະມາຊິກໃນຄອບຄົວຊ່ວຍກັນເຮັດເຂົ້າຫຼາມຂາຍລາຄາເລີ່ມຕົ້ນ ໜຶ່ງບັ້ງ 25,000 ກີບ ຫາ 35,000 ກີບ; ປີ້ງໄກ່ແມ່ນລາຄາ 70,000 ກີບ ເຖິງ 100,000 ກີບ (ຕາມຂະໜາດ). ດັ່ງນັ້ນ, ຂໍເຊີນຊວນທຸກທ່ານທີ່ມາທ່ຽວງານບຸນ ມາແວ່ອຸດໜູນ ຊຶ່ງຮ້ານແມ່ນຂາຍແຖວວົງວຽນສາມແຍກປາກປ່າສັກ.
ບັນຍາກາດໂດຍລວມແມ່ນເຕັມໄປດ້ວຍຄວາມມ່ວນຊື່ນ, ສຽງເພງ ແລະ ສຽງປະກາດໄດ້ສ້າງສີສັນໃຫ້ກັບງານບຸນຢ່າງເບີກບານມ່ວນຊື່ນເຮັດໃຫ້ທັງຜູ້ຂາຍ ແລະ ຜູ້ມາທ່ຽວງານມີຄວາມປະທັບໃຈ.
ຂ່າວ: ຍຸພິນທອງ

ຄໍາເຫັນ