![]() |
ໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ອອກຕົນຍາດໂຍມ ແລະ ພະສົງສໍາມະເນນ ໄດ້ຮ່ວມກັນສ້າງເຮືອໄຟຂຶ້ນໃນເຂດວັດບ່ອນທີ່ເໝາະສົມ ພໍຮອດຕອນຄ່ຳ ກໍນຳປະທີບນ້ຳມັນ ດອກໄມ້ ທູບທຽນມາຈູດໄຕ້ບູຊາພະຣັດຕະນະໄຕຣ ບາງບ່ອນຢູ່ໃກ້ແມ່ນ້ຳ ແມ່ນເຮັດເຮືອໄຟ ແລ້ວນຳໄປໄຫຼລົງນ້ຳ ຊຶ່ງຊາວພຸດລາວ ຖືວ່າການບູຊາປະທີບນ້ຳມັນມີອານິສົງຫຼາຍ. ເພື່ອສືບຕໍ່ປົກປັກຮັກສາມູນເຊື້ອດ້ານວັດທະນະ ທຳ-ຮີດຄອງປະເພນີຂອງຊາດ ກໍຄືຂອງຊາວຫຼວງພະບາງໃຫ້ຍືນຍົງ, ໂດຍສະເພາະ ບຸນອອກພັນສາປະວໍຣະນາ ແລະ ບຸນໄຫຼເຮືອໄຟ ທີ່ເປັນກິດຈະກຳໜຶ່ງເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວໃຫ້ຄຶກຄື້ນໃນແຕ່ລະປີ.
![]() |
ສຳລັບປີນີ້, ຄະນະກຳມະການປົກຄອງນະຄອນ-ຫຼວງພະບາງ ໄດ້ຈັດງານບຸນອອກພັນສາປະວໍຣະນາ ບຸນໄຫຼເຮືອໄຟ ແລະ ບຸນນະມັດສະການພະທາດຈອມສີຢ່າງເຕັມຮູບແບບ ໂດຍມີຫຼາຍກິດຈະກຳ ຕິດພັນກັບບຸນປະເພນີ ທີ່ສືບທອດກັນມາແຕ່ດົນນານ. ທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງນະຄອນ- ຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ປີນີ້, ນະຄອນ-ຫຼວງພະບາງ ຈະຈັດງານຢ່າງຍິ່ງໃຫຍ່ເຕັມຮູບແບບ ໂດຍເນັ້ນເຖິງຄວາມເປັນວັດທະນະທຳ, ເອກະລັກສະເພາະ ແລະ ປະເພນີອັນດີງາມ, ຄາດວ່າຈະມີເຮືອຈາກບັນດາຕາ ແສງ, ບ້ານ, ສະຖາບັນການສຶກສາ, ໂຮງຮຽນ, ຊາວໝຸ່ມ ແລະ ພາກທຸລະກິດເຂົ້າຮ່ວມປະກວດເຮືອໄຟງາມ 20 ລຳ, ສ່ວນກິດຈະກໍາຫຼັກຂອງການຈັດງານປີນີ້ ຈະມີການຄົບງັນເຮືອໄຟ ຊົມໂຄມໄຟ 1,000 ດວງ, ໃສ່ບາດ ຕາມວັດວາອາຣາມພາຍໃນນະຄອນ ແລະ ການປະກວດເຮືອໄຟງາມ ໂດຍກຳນົດຈັດຂຶ້ນລະຫວ່າງວັນທີ 24 ຫາ 27 ຕຸລາ 2026. ໃນນັ້ນຈະມີບຸນມະຫາຊາດ ນະມັດສະການພະທາດຈອມສີ, ຄົບງັນເຮືອໄຟ, ຊົມການສະແດງສິລະປະພື້ນບ້ານຊາວຫຼວງພະບາງ ແລະ ທ່ຽວຊົມຄວາມງົດງາມຂອງໄຟແສງສີ ການໄຕ້ປະທີບ ຫຼື ໂຄມໄຟ ຕາມວັດວາອາຣາມພາຍໃນນະຄອນ, ໃສ່ບາດແດ່ພະສົງ-ສາມະເນນ, ພິເສດ ການຈັດງານປະກວດ ແລະ ຈັດງານບຸນໄຫຼເຮືອໄຟຢ່າງເປັນທາງການ ຕາມຮີດຄອງປະເພນີໃນຄໍ່າຄືນຂອງວັນທີ 27 ຕຸລາ 2026 ຢູ່ຕາມເສັ້ນ ທາງສີສະຫວ່າງວົງ.
![]() |
ມາຮອດມື້ນີ້ ແຕ່ລະພາກສ່ວນ ໄດ້ສ້າງ ແລະ ປະດັບປະດາເຮືອໄຟຂອງຕົນ ເພື່ອເຂົ້າຮ່ວມງານປະກວດໃຫ້ມີຫຼາກຫຼາຍສີສັນ, ເຮັດໃຫ້ງານບຸນມີຄວາມຄຶກຄື້ນມ່ວນຊື່ນ, ສະເພາະບ້ານໝື່ນນາ ໄດ້ຮັບຜິດຊອບການສ້າງ ແລະ ປະດັບປະດາເຮືອໄຟເຂົ້າປະກວດ ໃນນາມເຮືອໄຟຕາແສງຊຽງທອງ 2, ປັດຈຸບັນໄດ້ສຳເລັດການສ້າງ ແລະ ປະດັບປະດາແລ້ວ ທັງໄດ້ເກັບຮັກສາໄວ້ຢູ່ສະໂມສອນຂອງບ້ານ. ທ່ານ ທອງລາ ເຮີ ນາຍບ້ານໝື່ນນາ ໄດ້ໃຫ້ສຳພາດວ່າ: ພາຍຫຼັງໄດ້ຮັບການຊີ້ນຳຈາກຄະນະກຳມະການປົກຄອງຕາແສງ ການຈັດຕັ້ງບ້ານທຸກຂັ້ນໄດ້ປຶກສາຫາລືວຽກງານຮ່ວມກັນ ແລະ ໄດ້ຕົກລົງໃຫ້ສະກຸນຊ່າງຜູ້ມີປະສົບການຊ່ວຍສ້າງເຮືອໄຟເປັນຮູບພະຍາຫົງ ທັງປະດັບປະດາດ້ວຍເຈ້ຍສີໃຫ້ມີຄວາມງົດງາມ ມາຮອດວັນທີ 18 ຕຸລານີ້ ໄດ້ສຳເລັດໂດຍພື້ນຖານ ແລະ ໄດ້ເກັບຮັກສາໄວ້ຢູ່ສະໂມສອນຂອງບ້ານ ເພື່ອນຳເຂົ້າຂະບວນແຫ່ໃນມື້ປະກວດເຮືອໄຟງາມ ໃນໂອກາດບຸນອອກພັນສາປະວໍຣະນາ ທີ່ນະຄອນ-ຫຼວງພະບາງປີນີ້. ທ່ານ ທອງລາ ເຮີ ໄດ້ໃຫ້ຮູ້ຕື່ມວ່າ: ນອກຈາກກະກຽມເຮືອໄຟ ຍັງໄດ້ກະກຽມຄວາມພ້ອມຂອງຂະບວນແຫ່ໃຫ້ມີສີສັນ, ມີຄວາມເບີກບານມ່ວນຊື່ນ ຖືກຕ້ອງຕາມລະບຽບ ທີ່ຄະນະກຳມະການຈັດງານບຸນກຳນົດອອກ ຄາດວ່າການເຂົ້າຮ່ວມປະກວດເຮືອໄຟງາມໃນປີນີ້ ເຮືອໄຟຕາແສງຊຽງທອງ 2 ຈະຕິດ 5 ອັນດັບຕົ້ນຂອງເຮືອໄຟທີ່ເຂົ້າປະກວດ.
![]() |
ຕະຫຼອດໄລຍະຜ່ານມາ, ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ຍັງປົກປັກຮັກສາສິ່ງທີ່ມີຢູ່ແລ້ວໃຫ້ຄົງຮູບແບບເດີມ ຄຽງຄູ່ກັບການເອົາໃຈໃສ່ຊຸກຍູ້-ສົ່ງເສີມບຸນປະເພນີໃຫ້ກວ້າງຂວາງ ແລະ ຍືນຍົງ ເຮັດໃຫ້ນັກທ່ອງທ່ຽວທີ່ມາທ່ຽວຊົມຫຼວງພະບາງມີຄວາມປະທັບໃຈ. ທັງໝົດນີ້ຄື ສິ່ງທີ່ຄະນະນຳທຸກຂັ້ນ ໄດ້ເອົາໃຈໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ສອດຄ່ອງກັບການພັດທະນາໃນໄລຍະໃໝ່ ທັງຮັບປະກັນໃຫ້ມີຄວາມຍືຍຍົງຢູ່ຄຽງຄູ່ກັບເມືອງມໍຣະດົກໂລກຕະຫຼອດໄປ. ໃນໂອກາດບຸນອອກພັນສາປະວໍຣະນາ ແລະ ບຸນໄຫຼເຮືອໄຟ ທີ່ນະຄອນ- ຫຼວງພະບາງປີນີ້, ຮຽກຮ້ອງເຖິງປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນຫ້າງຫາກະກຽມປະດັບປະດາໂຄມໄຟ, ຮ່ວມໃຈກັນເປັນເຈົ້າພາບທີ່ດີ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມ, ເປັນເຈົ້າການບໍລິການ, ຮັກສາຄວາມສະອາດ, ມີສ່ວນຮ່ວມ ປະກອບສ່ວນດ້ານເຫື່ອແຮງ, ທຶນຮອນ, ວັດຖຸປັດໃຈເຂົ້າໃນການຈັດງານບຸນຄັ້ງນີ້ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ. ເຊີນຊວນ ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ພ້ອມກັນມາທ່ຽວຊົມງານບຸນອອກພັນສາປະວໍຣະນາໄຫຼເຮືອໄຟ ແລະ ບຸນນະມັດ ສະການພະທາດຈອມສີ ປະຈຳປີ 2026 ທີ່ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ທ່ານຈະໄດ້ຊົມຄວາມງາມຈາກບັນດາເຮືອໄຟທີ່ສ້າງຂຶ້ນດ້ວຍສີມືອັນປານີດຂອງສະກຸນຊ່າງຫຼວງພະບາງ ລວມທັງການໄຕ້ໂຄມໄຟທີ່ຍິ່ງໃຫຍ່ ແລະ ໜ້າປະທັບໃຈຢ່າງບໍ່ມີວັນລືມ.




ຄໍາເຫັນ