![]() |
ທ່ານ ນາງ ແກ້ວມະນີວອນ ຂຸນອິນທະລາດ ປະຊາຊົນບ້ານດອນຄໍາ ເມືອງສີໂຄດຕະບອງ ນວ ໜຶ່ງໃນແມ່ຄ້າທີ່ມາວາງຂາຍກະໂທງໃນງານບຸນດັ່ງກ່າວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ທຸກໆປີ ຕົນໄດ້ນຳເອົາກະໂທງມາວາງຂາຍໃນງານບຸນອອກພັນສາ. ສຳລັບປີນີ້, ໄດ້ກະກຽມກະໂທງມາຂາຍຫຼາຍກວ່າ 300 ອັນ; ລາຄາເລີ່ມຕົ້ນແມ່ນ 60,000 ກີບ ຫາ 150,000 ກີບ (ຕາມຄວາມງາມ ແລະ ຂະໜາດຂອງກະໂທງ) ໃນໄລຍະຫົວຄ່ຳແມ່ນໄດ້ຂາຍດີຫຼາຍ, ປີນີ້ໄດ້ຂາຍຫຼາຍກ່ອນປີຜ່ານມາ.
![]() |
ທ່ານ ນາງ ແກ້ວມະນີວອນ ຂຸນອິນ ທະລາດ ກ່າວຕື່ມອີກວ່າ: ກະໂທງທີ່ ນຳມາຂາຍທັງໝົດ ແມ່ນເຮັດຈາກ ຕົ້ນກ້ວຍ, ໃບຕອງ ແລະ ດອກໄມ້ ຈາກທໍາມະຊາດ ຊຶ່ງເປັນການອະນຸລັກ ສິ່ງແວດລ້ອມຢ່າງແທ້ຈິງ, ບໍ່ໄດ້ນຳໃຊ້ ໂຟມເລີຍ. ນອກຈາກນີ້, ຍັງເປັນການສ້າງລາຍໄດ້ ແລະ ອາຊີບໃຫ້ກັບຄົນໃນຊຸມຊົນ ໂດຍໄດ້ຈ້າງແຮງງານປະຊາຊົນຢູ່ໃກ້ເຮືອນມາຊ່ວຍກັນເຮັດ ແລະ ຫຍິບປະດິດກະໂທງຢ່າງປານີດ ສວຍງາມ ເພື່ອເປັນມິດຕໍ່ສິ່ງແວດລ້ອມ ທັງເປັນການອະນຸລັກຮັກສາຮີດຄອງປະເພນີຂອງຊາດ.
ຂ່າວ: ຍຸພິນທອງ


ຄໍາເຫັນ