![]() |
ສຳລັບສັດປ່າທີ່ຢຶດໄດ້ ມີທັງໝົດ 6 ຊະນິດ ຈໍານວນ 8 ໂຕ, ນ້ຳໜັກລວມ 27 ກິໂລກຣາມ. ໃນນັ້ນ, ສັດທີ່ຍັງມີຊີວິດມີ 3 ໂຕ, ນ້ຳໜັກລວມ 6.1 ກິໂລກຣາມ ປະກອບມີ: ແລນ 2 ໂຕ ນ້ຳໜັກ 2.6 ກິ ໂລກຣາມ ແລະ ຫຼີ່ນ 1 ໂຕ ນ້ຳໜັກ 3.5 ກິໂລກຣາມເຊິ່ງໄດ້ນຳປ່ອຍກັບຄືນສູ່ທຳມະຊາດ.
ສໍາລັບຊິ້ນສ່ວນສັດປ່າທີ່ຕາຍແລ້ວມີ 5 ໂຕ, ນ້ຳໜັກລວມ 20.9 ກິໂລກຣາມ, ປະກອບມີ: ເຫງັນ 3 ໂຕນ້ຳໜັກ 4.5 ກິໂລກຣາມ, ໝູປ່າ ນ້ຳໜັກ 2.4 ກິໂລກຣາມ, ໄກ້ 1 ໂຕ ນ້ຳໜັກ 1 ກິໂລກຣາມ ແລະ ເໝັ້ນ 1 ໂຕ ນ້ຳໜັກ 13 ກິໂລກຣາມ, ໂດຍໄດ້ນຳໄປຈູດທຳລາຍຖິ້ມຕາມລະບຽບການ. ພ້ອມນີ້, ເຈົ້າໜ້າທີ່ຍັງໄດ້ມີການເຮັດບົດບັນທຶກສຶກສາອົບຮົມປະຊາຊົນ ຜູ້ກະທຳຜິດຈຳ ນວນ 7 ຄົນ ເພື່ອສ້າງຄວາມຮັບຮູ້ກ່ຽວກັບການອະນຸລັກສັດປ່າ ແລະ ຊັບພະຍາກອນທຳມະຊາດ.
ພິທີຈູດທໍາລາຍ ຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າ ທີ່ຍັງມີຊີວິດກັບຄືນສູ່ທໍາມະຊາດ ໄດ້ຈັດຂື້ນໃນວັນທີ 26 ຕຸລາຜ່ານມາ ທີ່ວັດກຳມະຖານ, ບ້ານລະຍາວ, ເມືອງສາມັກຄີໄຊ, ໂດຍມີທ່ານ ບຸນລົບ ສີດາວົງ ຫົວໜ້າກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍພະນັກງານ, ເຈົ້າໜ້າທີ່ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ທັງນີ້ ກໍເພື່ອເປັນການສະແດງເຖິງຄວາມເຂັ້ມງວດໃນການກວດກາ ແລະ ຄວບຄຸມການຄ້າສັດປ່າ, ພ້ອມທັງສົ່ງເສີມການອະນຸລັກສັດປ່າ ແລະ ຮັກສາຄວາມສົມດຸນຂອງລະບົບນິເວດ.
ຂ່າວ: ວັດທະນາ

ຄໍາເຫັນ