![]() |
ງານບຸນປີນີ້ ທີມອາສາສະໝັກໄດ້ຮ່ວມຮັກສາຄວາມສະອາດ, ເກັບມ້ຽນຂີ້ເຫຍື້ອ ແລະ ໂຄສະນາປູກຈິດສຳນຶກດ້ານການປົກປັກຮັກສາສິ່ງແວດລ້ອມ, ຕ້ານຢາເສບຕິດ ແລະ ຂັບຂີ່ປອດໄພ ເພື່ອປະກອບສ່ວນໃຫ້ປະຊາຊົນຮ່ວມງານບຸນຢ່າງມີຄວາມສຸກ ແລະ ປອດໄພ.
![]() |
ໃນໂອກາດນີ້, ທ່ານ ທອງລີ ສີສຸລິດ ໄດ້ຍ້ອງຍໍຈິດໃຈເສຍສະຫຼະ ແລະ ຄວາມຮັບຜິດຊອບຂອງອາສາສະໝັກ ທີ່ນຳເອົາເວລາ ແລະ ແຮງກາຍມາຮັບໃຊ້ສັງຄົມດ້ວຍການກະທຳຕົວຈິງ. ພ້ອມທັງເນັ້ນວ່າ: ການຮັກສາຄວາມສະອາດ, ຄວາມເປັນລະບຽບ ແລະ ຄວາມປອດໄພ ແມ່ນສ່ວນສຳຄັນໃນການຮັກສາຄຸນຄ່າຂອງງານບຸນປະເພນີ ແລະ ສ້າງຄວາມປະທັບໃຈໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ. ທ່ານຍັງໄດ້ເນັ້ນໃຫ້ອາສາສະໝັກທຸກຄົນມີສະຕິຕື່ນຕົວ, ຮັກສາຄວາມສາມັກຄີ ແລະ ປະສານງານຢ່າງໃກ້ຊິດກັບພາກສ່ວນກ່ຽວຂ້ອງ ໂດຍຖືເອົາຄວາມປອດໄພຂອງປະຊາຊົນ ແລະ ຕົນເອງເປັນສຳຄັນ; ສືບຕໍ່ເປັນແບບຢ່າງໃນການຮັບໃຊ້ສັງຄົມ ແລະ ຮ່ວມສ້າງງານບຸນໃຫ້ສະອາດ, ປອດໄພ ແລະ ເປັນລະບຽບຮຽນຮ້ອຍ.
ຂ່າວ-ພາບ: ສຊປລ


ຄໍາເຫັນ