![]() |
ສໍາລັບຢູ່ນະຄອນຫຼວງວຽງຈັນ ຊາວພຸດ ກໍໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດແຫ່ງຕ່າງໆຢ່າງຫຼວງຫຼາຍ ແລະ ຄຶກຄື້ນຖືກຕ້ອງຕາມຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງລາວເຮົາ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ ໂດຍສະເພາະ ຜູ້ຍິງນຸ່ງສິ້ນໄໝ-ເສື້ອໄໝ, ບ່ຽງແພ, ຜູ້ຊາຍກໍນຸ່ງຖືສຸພາບ ຊຶ່ງກ່ອນຈະໃສ່ບາດໄດ້ມີພິທີກຳທາງສາສະໜາ ເປັນຕົ້ນ ຟັງທຳມະເທດສະໜາ, ໄຫວ້ພະ, ຮັບພອນ, ຍາດນໍ້າ ແລະ ອື່ນໆ. ພ້ອມນັ້ນ, ການໃສ່ບາດຢາດນໍ້າ ເພື່ອອຸທິດບຸນກຸສົນໃຫ້ຜູ້ທີ່ລ່ວງລັບໄປແລ້ວນັ້ນ ໄດ້ມາຮັບຈັບໂຈມເອົາ ແລະ ເຊື່ອວ່າບຸນກຸສົນດັ່ງກ່າວຈະນໍາຜົນດີ, ຄວາມຢູ່ເຢັນເປັນສຸກມາໃຫ້ຕົນເອງ ແລະ ຄອບຄົວ.
![]() |
ວັນບຸນອອກພັນສາ ຫຼື ວັນມະຫາປະວໍຣະນາ ເປັນວັນທີ່ມີຄວາມສໍາຄັນທາງພຸດທະສາສະໜາ ເປັນວັນສິ້ນສຸດຂອງການຈໍາພັນສາຄົບ 3 ເດືອນຂອງພະສົງສາມະເນນ ໂດຍສະເພາະພະພິກຂຸສົງ ຊຶ່ງພາຍຫຼັງອອກພັນສາແລ້ວ ພະສົງສາມາດອອກໄປເທດສະໜາສັ່ງສອນຍາດໂຍມ, ພໍ່ແມ່ ແລະ ຄູບາອາຈານໄດ້ຕາມປົກ ກະຕິ.
ໃນຕອນແລງຂອງວັນດຽວກັນ, ຍັງຈະມີພິທີວຽນທຽນອ້ອມພຸດທະສິມມາ ຫຼື ອາຮາມຢູ່ຕາມວັດຕ່າງໆ ເພື່ອເປັນການບູຊາພະຣັດຕະນະໄຕຣ ແລະ ເພື່ອເປັນບຸນເປັນກຸສົນແກ່ຜູ້ທີ່ກະທຳ. ພ້ອມກັນນັ້ນ, ຍັງຈະມີການລອຍກະໂທງ, ໄຫຼເຮືອໄຟ, ໄຕ້ໂຄມໄຟຕາມແມ່ນ້ຳສາຍຕ່າງໆ.
![]() |
![]() |
|||
![]() |
|||





ຄໍາເຫັນ