![]() |
ທ່ານ ກິນົງ ແກ້ວປະເສີດ ໄດ້ນໍາສະເໜີ ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງ ທີ X (2026 - 2030) ໂດຍຍົກໃຫ້ເຫັນທ່າແຮງ, ສິ່ງທ້າທາຍ, ທິດທາງລວມ ແລະ ຄາດໝາຍສູ້ຊົນ, ແຜນງານ ແລະ ວຽກຈຸດສຸມແຕ່ລະດ້ານ ລວມທັງແຜນງານຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການ, ແຜນງານຜະລິດ - ປຸງແຕ່ງກະສິກຳ ແລະ ປ່າໄມ້ເປັນສິນຄ້າ ໂດຍຈະສຸມໃສ່ຈັດຕັ້ງປະຕິບັດບາງວຽກງານປິ່ນອ້ອມທີ່ສໍາຄັນ ເປັນຕົ້ນແມ່ນວຽກງານຄຸ້ມຄອງ ແລະ ພັດທະນາຝຸ່ນ,;ວຽກງານຊົນລະປະທານ,;ວຽກງານຄົ້ນຄວ້າ ແລະ ຂະຫຍາຍແນວພັນພືດ, ສັດ, ປາ, ໄມ້ ແລະ ໄມ້ໃຫ້ໝາກ,;ວຽກງານການຖ່າຍທອດເຕັກນິກ - ເຕັກໂນໂລຊີ ກ່ຽວກັບການປູກ, ການລ້ຽງ ແລະ ການປຸງແຕ່ງ;ວຽກງານປັບປຸງຮູບແບບ ແລະ ການຈັດຕັ້ງການຜະລິດ;ວຽກງານປ້ອງກັນ ແລະ ກັກກັນພືດ; ວຽກງານກະສິກຳສະອາດ;ແຜນງານຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ປ່າໄມ້; ແຜນງານຈັດສັນ ແລະ ຄຸ້ມຄອງທີ່ດິນ; ແຜນງານຄຸ້ມຄອງຊັບພະຍາກອນນໍ້າ;ແຜນງານການປົກປັກຮັກສາສິ່ງແວດລ້ອມ;ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ພ້ອມນີ້ຍັງຍົກໃຫ້ເຫັນກົນໄກ ແລະ ມາດຕະການຈັດຕັ້ງປະຕິບັດ ຕື່ມອີກ.
![]() |
ໃນກອງປະຊຸມ ຍັງໄດ້ເປີດກວ້າງ ໃຫ້ການນໍາຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ການນໍາຂະແໜງການອ້ອມຂ້າງ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ສົນທະນາ ແລະ ປະກອບຄໍາເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ມີຄວາມເປັນເອກະພາບ ແລະ ມີຜົນສໍາເລັດ.
![]() |
ຂ່າວ-ພາບ: ທູນທອງໃຈ



ຄໍາເຫັນ