![]() |
ທ່ານ ທຸງໄຊ ຫຼຽນມະນີ ຫົວໜ້າຫ້ອງການ ອຄ ເມືອງງາ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຜ່ານມາ ໂດຍຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ ການເກັບລາຍຮັບວິຊາການ; ໄດ້ຂະຫຍາຍຕາຂ່າຍໄຟຟ້າໃຫ້ປະຊາຊົນຊົມໃຊ້ ກວມເອົາ 79.83% ຂອງທົ່ວເມືອງ; ໃນຂະນະທີ່ ການນຳເຂົ້າ-ສົ່ງອອກ, ມູນຄ່າການສົ່ງອອກ 3 ຕື້ກວ່າກີບ ແລະ ນຳເຂົ້າ 4 ຕື້ກວ່າກີບ.
ນອກນັ້ນ, ຍັງໄດ້ອອກໃບທະບຽນວິສາຫະກິດໃໝ່ 9 ຫົວໜ່ວຍ ແລະ ຕັ້ງໜ້າຊຸກຍູ້ກຸ່ມການຜະລິດສິນຄ້າໂອດ໋ອບ (ODOP) ໃນ 8 ບ້ານເປົ້າໝາຍ, ຄຽງຄູ່ກັບຜົນສຳເລັດນັ້ນ, ຍັງມີຂໍ້ຫຍຸ້ງຍາກບາງດ້ານເຊັ່ນ: ສະຖານທີ່ເຮັດວຽກມີຄວາມແອອັດ, ບຸກຄະລາກອນ ແລະ ອຸປະກອນຮັບໃຊ້ບໍ່ພຽງພໍ ລວມເຖິງບັນຫາໂຮງງານບາງແຫ່ງຢຸດຕິການເຄື່ອນໄຫວ ແຕ່ຍັງມີໜີ້ສິນຄ້າງມອບໃຫ້ລັດ ເຊິ່ງເປັນປັດໄຈກົດໜ່ວງຖ່ວງດຶງເຮັດໃຫ້ວຽກງານຫຼ້າຊ້າ. ເພື່ອແກ້ໄຂບັນຫາດັ່ງກ່າວ, ຫ້ອງການ ອຄ ເມືອງ ໄດ້ວາງທິດທາງແຜນການໃນຕໍ່ໜ້າ ໂດຍຈະສືບຕໍ່ຕິດຕາມລາຄາສິນຄ້າ, ກະກຽມຂະຫຍາຍຕາຂ່າຍໄຟຟ້າເຂົ້າອີກ 3 ບ້ານ, ປັບປຸງການບໍລິການອອກທະບຽນໃຫ້ວ່ອງໄວຂຶ້ນ; ພ້ອມທັງສະເໜີຂັ້ນເທິງຊ່ວຍແກ້ໄຂບັນຫາໜີ້ສິນໂຮງງານ ແລະ ສະໜອງງົບປະມານອຸປະກອນທີ່ຈຳເປັນ.
![]() |
ທ່ານ ອາລຸນ ບຸນວິໄລໄດ້ເນັ້ນໜັກໃຫ້ຄະນະຫ້ອງການ ອຄ ເມືອງງາ ເອົາໃຈໃສ່ປັບປຸງກົນໄກການເຮັດວຽກໃຫ້ຄ່ອງຕົວ, ເອົາໃຈໃສ່ຄຸ້ມຄອງການດຳເນີນກິດຈະການຕ່າງໆທີ່ຕິດພັນກັບວຽກງານຕົນເອງ ເປັນຕົ້ນແມ່ນ ບັນດາໂຮງຈັກໂຮງງານທີ່ບໍ່ປະຕິບັດຕາມລະບຽບການ, ປ້ຳນ້ຳມັນທີ່ບໍ່ໄດ້ມາດຖານ ແລະ ອື່ນໆ, ພ້ອມທັງສ້າງສະພາບແວດລ້ອມທີ່ເອື້ອອຳນວຍຄວາມສະດວກ ເພື່ອແນໃສ່ດຶງດູດນັກລົງທຶນເຂົ້າມາປະກອບສ່ວນພັດທະນາເສດຖະກິດ-ສັງຄົມພາຍໃນເມືອງງາ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ໃນໂອກາດ ທີ່ລົງມາເຮັດວຽກຄັ້ງນີ້ພະແນກ ອຄ ແຂວງໄດ້ນໍາເອົາພາຫະນະ ລົດຈັກ ແລະ ຄອມພິວເຕີມອບໃຫ້ເມືອງງາ. ຈາກນັ້ນ, ທິມງານໄດ້ລົງຊຸກຍູ້ວຽກງານຕົວຈິງຢູ່ບັນດາຮ້ານຂາຍເຄື່ອງ ຕະຫຼາດເມືອງງາ ຮ້ານຂາຍສິນຄ້າໂອດ໋ອບ ແລະ ປ້ຳນ້ຳມັນ ໃນເທດສະບານເມືອງຕື່ມອີກ.
ຂ່າວ: ແຂວງອຸດົມໄຊ


ຄໍາເຫັນ