ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X
ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ກອງປະຊມຄບຄະນະກຳມາທການ ປກຊ-ປກສ ສະພາແຫງຊາດ ຊດທ X - image 1
 

ສະຫາຍ ພົຈວ ຄໍາແຝງ ວັນດີໄຊ ຮອງປະທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ ໄດ້ຮັບການຊີ້ນໍາຈາກຄະນະປະຈຳສະພາແຫ່ງຊາດ ການປະສານງານທີ່ໂລ່ງລ່ຽນ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ບວກໃສ່ຄວາມຕັດສິນໃຈຂອງຄະນະກໍາມາທິການ, ບັນດາກຳມະການສັງກັດກຳມາທິການ ທີ່ປະຈຳຢູ່ແຕ່ລະເຂດເລືອກຕັ້ງ ຕະຫຼອດຮອດພະນັກ ງານ, ວິຊາການຊ່ວຍວຽກຂອງກຳມາທິການ ເຮັດໃຫ້ແຜນການວຽກງານ ປະຈຳປີ 2026 ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດຫຼາຍດ້ານ. ໂດຍສະເພາະດ້ານນິຕິບັນຍັດ ໄດ້ຈັດຕັ້ງຜັນຂະຫຍາຍແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ທີ່ສະພາແຫ່ງຊາດຮັບເອົາແລ້ວ 6 ສະບັບ. ໃນນັ້ນ, ກົດໝາຍສ້າງ ໃໝ່ 1 ສະບັບ ແລະ ປັບປຸງໃໝ່ ຈຳນວນ 5 ສະບັບ, ມີຄໍາເຫັນໃສ່ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ເຂົ້າຮ່ວມກອງປະຊຸມກວດກາເນື້ອໃນຮອບດ້ານ ແລະ ທາບທາມຮ່າງກົດໝາຍຕ່າງໆ.

ກອງປະຊຸມຄັ້ງນີ້, ສະຫາຍຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງບົດລາຍງານ ຜົນການເຄື່ອນໄຫວຕິດຕາມກວດ ກາວຽກງານ ປກຊ-ປກສ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປະຈຳປີ 2026, ຮັບຟັງລາຍງານກ່ຽວກັບການເຄື່ອນໄຫວຂອງກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ລາຍງານກ່ຽວກັບການຍົກສູງບົດບາດຂອງນັກຮົບເກົ່າ ໃນການເປັນແບບຢ່າງຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງພັກ ຂອງກໍາລັງປະກອບອາວຸດປະຕິວັດ ຕິດພັນກັບວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານໃນກອງປະຊຸມກໍາມາທິການ. ພ້ອມນັ້ນ, ປກຊ-ປກສ ແຕ່ລະເຂດຍັງໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາ.

ກອງປະຊມຄບຄະນະກຳມາທການ ປກຊ-ປກສ ສະພາແຫງຊາດ ຊດທ X - image 2
 

ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ສືບຕໍ່ປະສານສົມທົບກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ກຳມາທິການກົດໝາຍ ແລະ ຍຸຕິທຳສະພາແຫ່ງຊາດ ໃນການສ້າງ ແລະ ປັບປຸງກົດໝາຍ ນິຕິກຳໃຕ້ກົດ ໝາຍ ໃຫ້ກົມກຽວກັນ ໂດຍມີການເຂົ້າຮ່ວມເພື່ອຕິດຕາມກວດການໍາແຕ່ຫົວທີ ເຮັດໃຫ້ການປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່, ດ້ານນິຕິບັນຍັດສອດຄ່ອງຕາມກົດໝາຍທີ່ກໍານົດໄວ້; ເພີ່ມທະວີການປະສານສົມທົບວຽກງານ ລະຫວ່າງກຳມາທິການ ແລະ ບັນດາກະຊວງອົງການ ເພື່ອປຶກສາຫາລືວຽກງານຕ່າງໆໃນຂົງເຂດ ປກຊ-ປກສ ແລະ ສະຫະພັນນັກຮົບເກົ່າໃຫ້ເປັນປົກກະຕິ ສືບຕໍ່ເພີ່ມທະວີໃນການຕິດຕາມກວດກາການປະຕິບັດກົດໝາຍ ຫຼື ການປະຕິບັດໜ້າທີ່ການເມືອງຂອງກຳລັງ ປກຊ-ປກສ ແລະ ສະຫະພັນນັກຮົບເກົ່າ ຕິດພັນກັບການຕິດຕາມກວດກາ ຢູ່ບັນດາກົມກອງທ້ອງຖິ່ນຕົວຈິງ; ສືບຕໍ່ປັບປຸງການຈັດຕັ້ງຂັ້ນກົມ, ຂັ້ນພະແນກ ໂດຍປະກອບບຸກຄະລະກອນຢ່າງພຽງພໍ ຕິດພັນກັບການຈັດຕັ້ງຝຶກອົບຮົມ, ຍົກສູງຂີດຄວາມສາ ມາດ ໃນການປະຕິບັດໜ້າທີ່ວຽກງານໃຫ້ມີຄຸນນະພາບ ສືບຕໍ່ພົວພັນກັບກຳມາທິການຕ່າງປະເທດ ກ່ຽວກັບແຜນການເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາກົນ ໃຫ້ເປັນປົກກະຕິ; ເອົາໃຈໃສ່ປະສານສົມທົບກັບສະພາປະຊາຊົນຂັ້ນແຂວງ ຄະນະກຳມະການ ປກຊ-ປກສ ຂັ້ນແຂວງ 2 ກອງບັນຊາການ (ທະຫານ-ຕຳຫຼວດ), ສະຫະພັນນັກຮົບເກົ່າຂອງແຂວງ ເພື່ອຈັດຕັ້ງປະຕິບັດພາ ລະບົດບາດ ເປັນເສນາທິການໃຫ້ກຳມາທິການ ປກຊ-ປກສ ແລະ ຄະນະປະຈຳສະພາແຫ່ງຊາດ ທາງດ້ານວຽກງານ ປກຊ-ປກສ ແລະ ສະຫະພັນນັກຮົບເກົ່າຢູ່ຂັ້ນທ້ອງຖິ່ນຕົນ ໃຫ້ນັບມື້ມີປະສິດທິຜົນດີຂຶ້ນ.

ກອງປະຊມຄບຄະນະກຳມາທການ ປກຊ-ປກສ ສະພາແຫງຊາດ ຊດທ X - image 3
(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ວຽງຈັນໃໝ່)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ບ້ານຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງ ໄດ້ຮັບການຊຸກຍູ້ວຽກງານລ້ຽງດູເດັກ

ບ້ານຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງ ໄດ້ຮັບການຊຸກຍູ້ວຽກງານລ້ຽງດູເດັກ

ໃນລະຫວ່າງວັນທີ 21-22 ຕຸລາຜ່ານມາ, ທ່ານ ເບດດິລູ ເຊີກິນ (Bedilu Shegen) ທີ່ປຶກສາດ້ານການພັດທະນາ ການຄຸ້ມຄອງບໍລິຫານໂຄງການ ອົງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ສາກົນ ແລະ ທ່ານ ສິນນະສອນ ນະດອນໄຮ່ ອຳນວຍການ ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ລາວ ໄດ້ເຄື່ອນໄຫວຊຸກຍູ້ວຽກງານລ້ຽງດູເດັກ ທີ່ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຫຼວງພະບາງ, ມີທ່ານ ນາງ ດາວອນ ພະຜົນໄຊ ອຳນວຍການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ຫຼວງພະບາງ ພ້ອມດ້ວຍຄະນະ ໂດຍມີພະນັກງານກ່ຽວ ຂ້ອງໃຫ້ກຽດຕ້ອນຮັບ.
ເພີ່ມເຕີມ