![]() |
ທ່ານ ແສງພະຈັນ ໂພທິສານ ຕາງໜ້າກຸ່ມບໍລິສັດ ແສງອາລຸນ ກ່າວວ່າ: ກຸ່ມບໍລິສັດໄດ້ມີສ່ວນຮ່ວມຊຸກຍູ້ວຽກງານລວມຂອງແຂວງມາໂດຍຕະຫຼອດ ໂດຍສະເພາະການສະໜັບສະໜູນງົບປະມານເພື່ອຈັດງານບຸນຊ່ວງເຮືອ ຊຶ່ງເປັນມໍຣະດົກທາງວັດທະນະທຳ ທີ່ສືບທອດກັນມາແຕ່ບູຮານ. ງານບຸນດັ່ງກ່າວບໍ່ພຽງແຕ່ສ້າງຄວາມມ່ວນຊື່ນໃຫ້ປະຊາຊົນ ແຕ່ຍັງເປັນເວທີສົ່ງເສີມຄວາມສາມັກຄີປອງດອງ ລະຫວ່າງປະຊາຊົນບັນດາເຜົ່າ.
ເງິນທີ່ໄດ້ຮັບຈະໄດ້ແບ່ງປັນໃຫ້ 5 ເມືອງ ແລະ ພາກສ່ວນຕ່າງໆຂັ້ນແຂວງ ເພື່ອນຳໃຊ້ໃນການກະກຽມ ແລະ ຈັດກິດຈະກຳຕ່າງໆ ດັ່ງນີ້: ເມືອງສາມັກຄີໄຊ 50 ລ້ານກີບ, ເມືອງພູວົງ 10 ລ້ານກີບ, ເມືອງສະໜາມໄຊ 10 ລ້ານກີບ, ເມືອງໄຊເສດຖາ 10 ລ້ານກີບ, ເມືອງຊານໄຊ 10 ລ້ານກີບ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ 10 ລ້ານກີບ, ພະແນກການເງິນແຂວງ 10 ລ້ານກີບ, ພະແນກກະສິກຳ ແລະ ສິ່ງ ແວດລ້ອມແຂວງ 10 ລ້ານກີບ, ພະແນກສາທາລະນະສຸກແຂວງ 10 ລ້ານກີບ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ 10 ລ້ານກີບ, ກອງບັນຊາການທະຫານແຂວງ 50 ລ້ານກີບ, ຊາວໜຸ່ມແຂວງ 5 ລ້ານກີບ, ຫ້ອງວ່າການແຂວງ 5 ລ້ານກີບ.
ຕາງໜ້າຄະນະນຳແຂວງອັດຕະປື ທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກ ຄອງແຂວງ ໄດ້ກ່າວຂອບໃຈຕໍ່ກຸ່ມບໍລິສັດ ແສງອາລຸນ ທີ່ໄດ້ປະກອບສ່ວນດ້ານທຶນຮອນອັນມີຄຸນຄ່າ ເພື່ອຊ່ວຍໃຫ້ການກະກຽມ ແລະ ຈັດງານບຸນຊ່ວງເຮືອປະຈຳປີ 2026 ດຳເນີນໄປຢ່າງຟົດຟື້ນ ແລະ ມີຄວາມໝາຍສຳຄັນທາງວັດທະນະທຳ. ພ້ອມນີ້ຍັງໄດ້ອວຍພອນໃຫ້ຄະນະບໍລິຫານ ແລະ ພະນັກງານກຸ່ມບໍລິສັດ ແສງອາລຸນ ມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນການດຳເນີນທຸລະກິດ ແລະ ຂໍໃຫ້ກິດຈະການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ຂ່າວ: ວິໄລສັກ ແກ້ວຫຼວງໂຄດ

ຄໍາເຫັນ