![]() |
ໃນວາລະ, ປະທານກອງປະຊຸມ ທ່ານ ພູວົງ ຫຼວງໄຊຊະນະ ຫົວໜ້າຄະນະຂົນຂວາຍ ໄດ້ໃຫ້ກຽດກ່າວເປີດ ເພື່ອໃຫ້ບັນດາສະມາຊິກຮັບຮູ້, ປະກອບຄໍາຄິດເຫັນຢ່າງກົງໄປ, ກົງມາ ດ້ວຍຄວາມສ້າງສັນ, ຄວາມຖືກຕ້ອງທາງດ້ານນິຕິກຳ ແລະ ເປົ້າໝາຍຮັບໃຊ້ຊາດ, ເສັ້ນທາງການກໍ່ຕັ້ງສະມາຄົມດັ່ງກ່າວ ໄດ້ຜ່ານຂະບວນການຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງລະອຽດ ຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ. ສິ່ງດັ່ງກ່າວເປັນຫຼັກຖານຢັ້ງຢືນເຖິງຄວາມຈຳເປັນພາວະວິໄສ ເພື່ອຕອບສະ ໜອງໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ສະບັບທີ 10 (10th NSEDP) ທີ່ເນັ້ນໜັກຄຳຂວັນ:“ເຊີດຊູສະຕິຮັກຊາດ, ສ້າງບາດກ້າວບຸກທະລຸ ເພື່ອພັດທະນາປະເທດຊາດໃຫ້ເຂັ້ມແຂງ; ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ໂດຍການຂຸດຄົ້ນທຸກທ່າແຮງບົ່ມຊ້ອນ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຕາມທິດຂະຫຍາຍຕົວໄວ, ສີຂຽວ ແລະ ຍືນຍົງ”. ພາລະບົດບາດໃນການເຕີມເຕັມຊ່ອງຫວ່າງດ້ານສິ່ງແວດລ້ອມ ໃນສະພາບທີ່ເສດຖະກິດກຳລັງກ້າວກະໂດດຍ່ອມສ້າງຄວາມກົດດັນ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ເຖິງແມ່ນວ່າລັດຖະບານຈະມີກອບນິຕິກຳ ແລະ ອົງການຈັດຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນແລ້ວ, ແຕ່ດ້ວຍຂໍ້ຈຳກັດດ້ານເວລາ ແລະ ງົບປະມານ ຈຶ່ງອາດເຮັດໃຫ້ເກີດຊ່ອງຫວ່າງໃນການຄຸ້ມຄອງຊັບພະຍາກອນທຳມະຊາດ.
![]() |
ສະນັ້ນ, ສະມາຄົມ LAFES ຈຶ່ງຖືກສ້າງຕັ້ງຂຶ້ນເພື່ອເປັນກົນໄກເຕັກນິກທີ່ຄ່ອງຕົວ ເຂົ້າໄປຊ່ວຍເຫຼືອ ແລະ ຍູ້ໜູນລັດຖະບານ ໂດຍຢຶດໝັ້ນຕາມແນວທາງນະໂຍບາຍຢ່າງເຄັ່ງຄັດ ເພື່ອໃຫ້ຍຸດທະສາດການເຕີບໂຕສີຂຽວ ແລະ ຄວາມຍືນຍົງບັນລຸຕາມເປົ້າໝາຍ.
ຈຸດພິເສດອັນພົ້ນເດັ່ນຂອງ LAFES ຄືການລວມຕົວຂອງກຸ່ມບຸກຄະລາກອນຜູ້ຊົງຄຸນວຸດທິ ຊຶ່ງປະກອບດ້ວຍ: ອະດີດພະນັກງານອາວຸໂສ (ອະດີດ DG, DDG) ຈາກຫຼາຍກະຊວງ ແລະ ຂະແໜງ ການ, ອະດີດຊ່ຽວຊານຈາກ ທະນາຄານໂລກ (World Bank) ແລະ ອົງການສະຫະປະຊາຊາດ (UN), ອະດີດສະມາຊິກສະພາແຫ່ງຊາດ (ສສຊ) ລວມທັງບຸກຄະລາກອນຈາກພາກເອກະຊົນ ແລະ ພາກສ່ວນອື່ນໆ.
ຈໍານວນບຸກຄະລາກອນເຫຼົ່ານີ້ ລ້ວນແຕ່ແມ່ນຜູ້ທີ່ມີປະສົບການຕົວຈິງຢ່າງເລິກເຊິ່ງ, ເປັນ "ແບັດເຕີຣີທີ່ສາກມາເຕັມປ່ຽມ" ພ້ອມທີ່ຈະສືບຕໍ່ສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ.
ວາລະສຳຄັນ ແລະ ການເລືອກຕັ້ງຄະນະບໍລິຫານງານຊຸດປະຖົມມະລືກ ກອງປະຊຸມໃນຄັ້ງນີ້ ມີວາລະເຄື່ອນໄຫວທີ່ສຳຄັນຫຼາຍດ້ານ ເຊັ່ນ: ຮັບຟັງການຜ່ານຂໍ້ຕົກລົງທາງການ ຈຳນວນໜຶ່ງ, ພິຈາລະນາຮັບຮອງເອົາ ຮ່າງກົດລະບຽບພາຍໃນ ແລະ ແຜນການເຄື່ອນໄຫວວຽກງານຂອງສະມາຄົມ, ດຳເນີນການລົງຄະແນນສຽງ ເລືອກຕັ້ງ ປະທານ, ຮອງປະທານ, ຄະນະບໍລິຫານງານສະມາຄົມ (ຊຸດປະຖົມມະລືກ ຫຼື ຊຸດທຳອິດ) ແລະ ຄະນະກວດກາ ຢ່າງມີປະຊາທິປະໄຕ ເພື່ອວາງຮາກຖານ ແລະ ມາດຕະຖານຄວາມໂປ່ງໃສໃນໄລຍະຍາວ.
ພ້ອມດຽວກັນນັ້ນ, ທາງຄະນະຂົນຂວາຍຍັງໄດ້ຮຽກຮ້ອງໃຫ້ສະມາຊິກທຸກທ່ານຍົກສູງສະຕິຄວາມຮັບຜິດຊອບ ແລະ ໃຊ້ວິຈາລະນາຍານຢ່າງເລິກເຊິ່ງ ເພື່ອຄັດເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ມີຄວາມຊື່ສັດບໍລິສຸດເຂົ້າມາເປັນຜູ້ນຳພາໃນໄລຍະເລີ່ມຕົ້ນນີ້.
(ຂ່າວ: ແສງຈັນ)


ຄໍາເຫັນ