![]() |
ໃນໂອກາດນີ້, ທ່ານ ຄູນ ຜາສຸກ ໄດ້ລາຍງານຈຸດປະສົງຂອງການມາເຮັດວຽກໃນຄັ້ງນີ້ ເພື່ອຊຸກຍູ້ກະກຽມການສ້າງຕັ້ງສານປະຊາຊົນເຂດ 3 ຢູ່ເມືອງຫີນບູນ, ລວມທັງການສໍາຫຼວດເບິ່ງສະຖານທີ່ ທີ່ຈະນໍາໃຊ້ເປັນສໍານັກງານ ພ້ອມນີ້ຍັງໄດ້ສະເໜີແຂວງຄໍາມ່ວນ ພິຈາລະນາຈັດສັນບຸກຄະລາກອນ, ສະຖານທີ່ເຮັດວຽກ, ພາຫະນະ ແລະ ງົບປະມານ ເພື່ອຮອງຮັບການຈັດຕັ້ງສານດັ່ງກ່າວໃຫ້ສາມາດດຳເນີນງານໄດ້ຢ່າງເໝາະສົມ.
![]() |
ທ່ານ ສົມໃຈ ພານີຈັນ ໄດ້ສະແດງຄວາມຍິນດີຕໍ່ຂໍ້ສະເໜີດັ່ງກ່າວ ພ້ອມທັງຈະນຳໄປປຶກສາຫາລືພາຍໃນໝູ່ຄະນະ ເພື່ອຄົ້ນຄວ້າຫາວິທີແກ້ໄຂ ແລະ ກະກຽມຄວາມພ້ອມສຳລັບການຈັດຕັ້ງສານປະຊາຊົນເຂດ 3 ຕາມຄວາມເໝາະສົມ. ຂ່າວ : ມະນີວັນ


ຄໍາເຫັນ