![]() |
ສະຫາຍ ນາງ ດວງໄຊ ສີວົງສາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຮ່າງບົດສະຫຼຸບຜົນງານໃນໄລຍະ 5 ປີຜ່ານມາ ໂດຍວຽກງານຈັດຕັ້ງຂອງແຂວງມີຜົນງານສຳຄັນຫຼາຍດ້ານ, ດ້ານການກໍ່ສ້າງພັກ ໄດ້ປະເມີນໜ່ວຍພັກລວມ 2,951 ເທື່ອໜ່ວຍ, ໃນນັ້ນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ1,292 ເທື່ອໜ່ວຍ ເທົ່າກັບ 43.78%, ໜ່ວຍພັກແຂງ 1,383 ເທື່ອໜ່ວຍ, ໜ່ວຍພັກກາງ 270 ເທື່ອໜ່ວຍ ແລະ ໜ່ວຍພັກອ່ອນ 6 ເທື່ອໜ່ວຍ.
ດ້ານການຄຸ້ມຄອງພະນັກງານ-ລັດຖະກອນ, ແຂວງມີພະນັກງານ-ລັດຖະກອນທັງໝົດ 5,194 ທ່ານ, ຍິງ 2,203 ທ່ານ, ໃນນັ້ນ ຂັ້ນແຂວງ 2,168 ທ່ານ ແລະ ຂັ້ນເມືອງ 3,026 ທ່ານ, ເພີ່ມຂຶ້ນ 719 ທ່ານ ທຽບໃສ່ປີ 2021. ພ້ອມນີ້ ໄດ້ນຳໃຊ້ລະບົບຖານຂໍ້ມູນດິຈິຕອນເຂົ້າໃນການຄຸ້ມຄອງຈຳນວນພົນ, ເງິນເດືອນ ແລະ ຂໍ້ມູນລັດຖະກອນ. ສ່ວນວຽກງານຍ້ອງຍໍຮັກຊາດ ແລະ ພັດທະນາ ໄດ້ຕິດຕາມຜົນງານ 54 ພາກສ່ວນ ແລະ ສະເໜີຍ້ອງຍໍບຸກຄົນ ແລະ ການຈັດຕັ້ງ ລວມ 34,464 ເທື່ອຄົນ.
![]() |
ສຳລັບວຽກງານລົງວິໄນ, ໃນໄລຍະ 5 ປີຜ່ານມາ ໄດ້ພິຈາລະນາລົງວິໄນສະມາຊິກພັກ ແລະ ພະນັກງານລວມ 230 ສະຫາຍ, ຍິງ 51 ສະຫາຍ, ເພື່ອຮັກສາລະບຽບວິໄນ ແລະ ຍົກສູງຄຸນນະພາບການຈັດຕັ້ງ.
ສ່ວນທິດທາງແຜນການ 5 ປີ (2026-2030), ແຂວງອັດຕະປື ໄດ້ກຳນົດ 6 ວຽກງານຈຸດສຸມ ຄື: ຍົກສູງວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ, ເພີ່ມທະວີການສຶກສາອົບຮົມສະມາ ຊິກພັກ ແລະ ພະນັກງານ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄວບຄູ່ກັບການກວດກາ ແລະ ປັບປຸງກົງຈັກລັດ, ຍົກລະດັບຄຸນນະພາບວຽກງານພະນັກງານ ແລະ ສ້າງຖັນແຖວຜູ້ນຳທີ່ມີຄວາມຮູ້ ຄວາມສາມາດ ແລະ ຈັນຍາບັນ, ປັບປຸງກົງຈັກລະບົບການເມືອງໃຫ້ກະທັດຮັດ ໂປ່ງໃສ ແລະ ມີປະສິດທິພາບ ແລະ ສ້າງລະບຽບການດ້ານຈັດຕັ້ງ ແລະ ການປົກຄອງຂອງແຂວງໃຫ້ເປັນລະບົບເອກະພາບ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ.
ຂ່າວ: ສ.ວົງສະໄໝ


ຄໍາເຫັນ